ທີ່ການຕ້ອນຮັບ, ທ່ານນາງ ປານີ ຢາທໍ່ຕູ້ ຊົມເຊີຍທ່ານ ເຈື່ອງຮວ່າບີ່ງ ມາຢ້ຽມຢາມ ແລະເຮັດວຽກຢູ່ ລາວ, ຫວນຄືນບັນດາຄວາມປະທັບໃຈທີ່ດີງາມໃນການຢ້ຽມຢາມຫວຽດນາມ ເມື່ອຕົ້ນປີ 2019 ກໍ່ຄືໝາກຜົນທີ່ດີງາມໃນການຢ້ຽມຢາມລາວ ຂອງທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດຫວຽດນາມ ໃນເດືອນ ກັນຍາ ຜ່ານມາ.

leftcenterrightdel
ທ່ານ ເຈືອງຮວ່າບີ່ງ ຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານຫວຽດນາມ ເຂົ້າຢ້ຽມຂໍ່ານັບທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດລາວ. ພາບ: ສໍານັກຂ່າວສານຫວຽດນາມ.

ແລກປ່ຽນກ່ຽວກັບການພົວພັນສອງປະເທດ, ສອງຝ່າຍສະແດງຄວາມເພິ່ງພໍໃຈຕໍ່ການພັດທະນາທີ່ດີງາມທີ່ສຸດຂອງສາຍພົວພັນມິດຕະພາບ, ການຮ່ວມມືລະຫວ່າງສອງພັກ, ສອງລັດ ແລະສອງສະພາແຫ່ງຊາດ; ເຫັນດີເປັນເອກະພາບສືບຕໍ່ຮັກສາບັນດາການຢ້ຽມຢາມ ແລະພົບປະໃນທຸກຂັ້ນ, ທຸກຂະແໜງການເປັນປະຈໍາ, ໃນນັ້ນມີສະພາແຫ່ງຊາດ; ເພີ່ມທະວີການຮ່ວມມື, ແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນບົດຮຽນໃນທຸກຂົງເຂດ, ໃນນັ້ນມີວຽກງານຕິດຕາມກວດກາ ແລະປະຕິບັດກົດໝາຍ.

ທ່ານນາງ ປານີ ຢາທໍ່ຕູ້ ໃຫ້ຄໍາໝັ້ນສັນຍາວ່າສະພາແຫ່ງຊາດລາວ ຈະສືບຕໍ່ອໍານວຍຄວາມສະດວກໃຫ້ແກ່ລັດຖະບານສອງປະເທດໃນການຜັນຂະຫຍາຍບັນດາບັນຫາໃຫຍ່ຂອງປະເທດ ກໍ່ຄືບັນດາມາດຕະການລະອຽດ, ຂ້ຽວຂາດ, ຄົບຊຸດ ເພື່ອຊຸກຍູ້ການຮ່ວມມືໃນທຸກຂົງເຂດ, ໂດຍສະເພາະແມ່ນເສດຖະກິດ, ການຄ້າ, ການລົງທຶນ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ນການກວດກາ, ຕ້ານ ແລະສະກັດກັ້ນການສໍ້ລາດບັງຫຼວງ; ການສົມທົບກັນເພີ່ມທະວີວຽກງານຕິດຕາມກວດກາບັນດາໂຄງການຈຸດສຸມລະຫວ່າງສອງປະເທດ, ໃນນັັ້ນມີໂຄງການກໍ່ສ້າງຫໍສະພາແຫ່ງຊາດຫຼັງໃໝ່ຂອງລາວ, ຮັບປະກັນຄວາມຄືບໜ້າ ແລະຄຸນນະພາບ.

ທ່ານ ເຈືອງຮວ່າບີ່ງ ຢັ້ງຢືນວ່າ ຈະສືບຕໍ່ຊຸກຍູ້ບັນດາເນື້ອໃນເຊິ່ງສະພາແຫ່ງຊາດສອງປະເທດພວມເອົາໃຈໃສ່, ໃນນັ້ນມີການປຸກລະດົມວິສາຫະກິດໃຫຍ່ຫຼາຍແຫ່ງຂອງຫວຽດນາມ ລົງທຶນເຂົ້າສູ່ລາວ, ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງລາວ ແລະແກ້ໄຂບັນດາບັນຫາທີ່ກ່ຽວຂ້ອງເຖິງການອົບພະຍົບແບບເສລີຢ່າງເດັດຂາດ, ການສົມລົດບໍ່ຖືກລະບຽບ, ການເຂົ້າສັນຊາດເປັນພົນລະເມືອງສອງປະເທດທີ່ຖືກຕ້ອງຕາມເນື້ອໃນຈິດໃຈຂອງຂໍ້ຕົກລົງລະຫວ່າງສອງລັດຖະບານ.

 

ໂດຍ: ເສດີໄຊ