ຕອນບ່າຍວັນດຽວກັນ, ທ່ານນາງ ຫງວຽນທິກິມເງິນ ໄດ້ໄປຢ້ຽມຢາມສະຖານທູດຫວຽດນາມ ປະຈໍາສະຫະພັນລັດເຊຍ.

ໂອ້ລົມກັບພະນັກງານ, ພາລະກອນສະຖານທູດ, ທ່ານນາງ ຫງວຽນທິກິມເງິນ ຖືວ່າ, ສະຫະພັນລັດເຊຍ ແມ່ນບໍລິເວນຍຸດທະສາດຂອງຫວຽດນາມ; ການພົວພັນກັບສະຫະພັນລັດເຊຍ ແມ່ນຈຸດສຸມໃນນະໂຍບາຍພົວພັນຕ່າງປະເທດຂອງພັກ ແລະລັດຫວຽດນາມ. ຕາງໜ້າການນໍາພັກ, ລັດ, ທ່ານນາງ ຫງວຽນທິກິມເງິນ ຍ້ອງຍໍຊົມເຊີຍບັນດາຄວາມມານະພະຍາຍາມຂອງການນໍາ ແລະພະນັກງານ, ພາລະກອນອົງການຜູ້ຕາງໜ້າທີ່ໄດ້ແກ້ໄຂບັນດາຄວາມຫຍຸ້ງຍາກ, ລໍາບາກໃນວຽກງານ ແລະການດຳລົງຊີວິດ ເພື່ອສໍາເລັດໜ້າທີ່ ເຊິ່ງພັກ, ລັດ ແລະປະຊາຊົນມອບໝາຍໃຫ້, ປະກອບສ່ວນຊຸກຍູ້ການພົວພັນທາງການເມືອງ, ການທູດ, ເສດຖະກິດ, ການລົງທຶນ... ລະຫວ່າງຫວຽດນາມ ແລະສະຫະພັນລັດເຊຍ.

leftcenterrightdel
ພະນັກງານ, ພາລະກອນສະຖານທູດຫວຽດນາມ ປະຈໍາສະຫະພັນລັດເຊຍ ແລະຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ອາໄສຢູ່ສະຫະພັນລັດເຊຍ ຕ້ອນຮັບທ່ານນາງ ຫງວຽນທິກິມເງິນ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່ອນໜ້ານັ້ນ, ວັນທີ 9 ທັນວາ (ຕາມເວລາທ້ອງຖິ່ນ), ທ່ານນາງ ຫງວຽນທິກິມເງິນ ແລະຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ໄດ້ອອກຈາກນະຄອນ Kazan, ສ.Tatarstan, ໄປນະຄອນຫຼວງມົດສະກູ, ສະຫະພັນລັດເຊຍ. ພາຍຫຼັງໄປຮອດນະຄອນຫຼວງມົດສະກູ, ທ່ານນາງ ຫງວຽນທິກິມເງິນ ແລະຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ໄດ້ຢ້ຽມຢາມສູນຮ່າໂນ້ຍ-ມົດສະກູ ພົບປະກັບປະຊາຄົມຊາວຫວຽດນາມ ອາໄສຢູ່ສະຫະພັນລັດເຊຍ.

leftcenterrightdel
ທ່ານນາງ ຫງວຽນທິກິມເງິນ ແລະພະນັກງານ, ພາລະກອນສະຖານທູດຫວຽດນາມ ປະຈໍາສະຫະພັນລັດເຊຍ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນທີການພົບປະ, ທ່ານນາງ ຫງວຽນທິກິມເງິນ ເນັ້ນໜັກວ່າ, ປະຊາຄົມຊາວຫວຽດນາມ ອາໄສຢູ່ສະຫະພັນລັດເຊຍ ແມ່ນບັນດານັກການທູດທີ່ປະກອບສ່ວນເຊື່ອມຕໍ່ຄວາມສະໜິດຕິດພັນລະຫວ່າງປະຊາຊົນສອງປະເທດ, ກໍ່ຄືຊຸກຍູ້ການພົວພັນທີ່ເປັນມູນເຊື້ອອັນດີງາມລະຫວ່າງສອງປະເທດ.

ທ່ານນາງ ຫງວຽນທິກິມເງິນ ຢັ້ງຢືນວ່າ, ພັກ, ລັດຍາມໃດກໍ່ສ້າງເງື່ອນໄຂສະດວກ ເພື່ອໃຫ້ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດທີ່ມີຊີວິດການເປັນຢູ່ເປັນປົກກະຕິ, ເຊື່ອມໂຍງເຂົ້າກັບສັງຄົມຂອງປະເທດປະຈໍາຖິ່ນ, ຊ່ວຍປະຊາຄົມຮັກສາ ແລະເສີມຂະຫຍາຍສີສັນວັດທະນະທໍາຂອງຊາດ, ອວ່າຍໜ້າກັບເມືອບ້ານເກີດເມືອງນອນ, ປະເທດຊາດ.

ໂດຍ: ທະນາພອນ