ທີ່ການເຮັດວຽກ, ທ່ານ ຟ້າມມີງຈິ໋ງ ຢັ້ງຢືນວ່າ ພັກ, ລັດ ແລະປະຊາຊົນຫວຽດນາມ ຍາມໃດກໍ່ຈົດຈໍາການສະໜັບສະໜູນ, ນໍ້າໃຈສາມັກຄີອັນລໍ້າຄ່າ ເຊິ່ງພັກ CCM, ບັນດາກໍາລັງກ້າວໜ້າ ແລະປະຊາຊົນຕັງຊານີ ສະຫງວນໃຫ້ຫວຽດນາມ ໃນໄລຍະຕໍ່ສູ້ປົດປ່ອຍປະເທດຊາດ, ທ້ອນໂຮມປະເທດຊາດເປັນເອກະພາບໃນເມື່ອກ່ອນ, ກໍ່ຄືໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດໃນປະຈຸບັນ. ທ່ານ ຟ້າມມີງຈິ໋ງ ສະເໜີທິດທາງ, ມາດຕະການເພື່ອແນໃສ່ຊຸກຍູ້ການພົວພັນສາມັກຄີທີ່ເປັນມູນເຊື້ອລະຫວ່າງສອງພັກ, ສອງລັດ; ສະເໜີຊຸກຍູ້ບັນດາມາດຕະການປັບປຸງຂອບນິຕິກໍາໃຫ້ແກ່ການຮ່ວມມືສອງຝ່າຍເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນກວ່າອີກ...

leftcenterrightdel
ທ່ານ Job Ndugai ປະທານສະພາແຫ່ງຊາດຕັງຊານີ ແນະນໍາຫໍສະພາແຫ່ງຊາດຕັງຊານີ ຕໍ່ທ່ານ ຟ້າມມີງຈິ໋ງ ຫົວໜ້າຄະນະຈັດຕັ້ງສູນກາງ ແລະບັນດາສະມາຊິກໃນຄະນະຜູ້ແທນຂັ້ນສູງພັກກອມມູນິດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ບັນດາການນໍາຕັງຊານີ ຊົມເຊີຍ, ເຫັນດີເຫັນພ້ອມກັບບັນດາຄໍາເຫັນປະກອບ, ຂໍ້ສະເໜີຂອງທ່ານ ຟ້າມມີງຈິ໋ງ; ຢັ້ງຢືນວ່າ ຖືເປັນສໍາຄັນການຊຸກຍູ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງຝ່າຍ. ບັນດາການນໍາຕັງຊານີ ຕີລາຄາສູງບົດບາດ, ຖານະທີ່ຕັ້ງຂອງຫວຽດນາມ ຢູ່ພາກພື້ນ ແລະໃນໂລກ; ສະແດງຄວາມປາດຖະໜາຢາກມາຢ້ຽມຢາມ, ຖອດຖອນບົດຮຽນຂອງຫວຽດນາມ ໃນວຽກງານກໍ່ສ້າງ ແລະປັບປຸງພັກ, ຍົກສູງກໍາລັງຄວາມສາມາດນໍາພາ ແລະກໍາລັງແຮງຕໍ່ສູ້ຂອງພັກ, ກໍ່ສ້າງ ແລະບໍາລຸງພະນັກງານ, ຕ້ານ ແລະສະກັດກັ້ນການສໍ້ລາດບັງຫຼວງ, ບົດຮຽນໃນການສ້າງສາ ແລະປົກປັກຮັກສາປະເທດຊາດ...

ໂດຍ: ກວຽດເຕິມ