ໂດຍໄດ້ຮັບການຕີລາຄາວ່າແມ່ນໜຶ່ງໃນບັນດາປະເທດສ້າງການພົວພັນຄູ່ຮ່ວມມືທີ່ມີປະສິດທິຜົນທີ່ສຸດໃນການເຄື່່ອນໄຫວຮັກສາສັນຕິພາບ ຢູ່ຄະນະປະຕິບັດງານ ຊູດັງໃຕ້, ຫວຽດນາມ ໄດ້ຮັບການເຊີື້ອເຊີນຮ່ວມຈັດຕັ້ງ ແລະກ່າວຄໍາເຫັນທີ່ວາລະປຶກສາຫາລືກ່ຽວກັບການເພີ່ມທະວີການພົວພັນຄູ່ຮ່ວມມື ໃນການເຄື່ອນໄຫວຮັກສາສັນຕິພາບ.

leftcenterrightdel
ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສະຫະປະຊາຊາດ. ພາບ:ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນທີ່ການໂອ້ລົມສົນທະນາ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸຸ໊ຍ ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສະຫະປະຊາຊາດ ໄດ້ແບ່ງປັນບົດຮຽນໃນການຜັນຂະຫຍາຍການພົວພັນຄູ່ຮ່ວມມືຂອງຫວຽດນາມກັບບັນດາປະເທດໜູນຊ່ວຍດ້ານການເງິນ, ບໍາລຸງສ້າງ, ພາຫະນະອຸປະກອນ ແລະຂົນສົ່ງ, ກໍຄືບັນດາປະເທດຈັດສົ່ງນາຍທະຫານໃນບໍລິເວນດຽວກັນ, ປະເທດຮັບເອົານາຍທະຫານ ແລະບັນດາອົງການຂອງສະຫະປະຊາຊາດ ໃນການຜັນຂະຫຍາຍໂຮງໝໍກາງສະໜາມຂັ້ນ 2 ຢູ່ ຊູດັງໃຕ້.

ໂດຍ: ໄຊຊະນະ