ຜ່ານການສຳຫຼວດກວດກາຜົນການຮ່ວມມືໃນໄລຍະຜ່ານມາ, ບັນດາກະຊວງ, ອົງການ, ທ້ອງຖິ່ນໃນທົ່ວປະເທດໄດ້ມີຄວາມມານະພະຍາຍາມ, ຜ່ານຜ່າຄວາມຫຍຸ້ງຍາກຈາກສະພາບແວດລ້ອມເສດຖະກິດ, ການຄ້າສາກົນ, ພາກພື້ນຊຸດໂຊມ, ສອງປະເທດ ຫວຽດນາມ ແລະລາວ ລ້ວນແຕ່ຖືກຜົນສະທ້ອນຈາກໄພທໍາມະຊາດ, ໄພແຫ້ງແລ້ງຢ່າງໜັກໜ່ວງ  ແຕ່ໃນ 10 ເດືອນຜ່ານມາ, ການຮ່ວມມືດ້ານການຄ້າໄດ້ກາຍເປັນຈຸດພົ້ນເດັ່ນດ້ວຍວົງເງິນສອງປະເທດ ຄາດວ່າບັນລຸ 940 ລ້ານໂດລາສະຫະລັດ, ຄາດວ່າໃນປີ 2019 ບັນລຸ 1,1-1,2 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 12,6%, ລື່ນກາຍຄາດໝາຍທີ່ສອງລັດຖະບານ ໄດ້ວາງອອກແມ່ນ 1 ຕື້ໂດລາສະຫະລັດ ແລະເພີ່ມຂຶ້ນ 10%/ປີ.  ໃນນັ້ນ, ລາວ ສົ່ງອອກເກືອບ 400 ລ້ານໂດລາສະຫະລັດ (ເພີ່ມຂຶ້ນ 16%), ນີ້ແມ່ນຄວາມພະຍາຍາມອັນໃຫຍ່ຫຼວງ, ສະແດງໃຫ້ເຫັນກໍາລັງ ແກ່ງແຍ້ງຂອງເສດຖະກິດລາວ ໃນສະພາບການແກ່ງແຍ້ງທີ່ນັບມື້ນັບຂ້ຽວຂາດ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ເປັນປະທານກອງປະຊຸມ. ພາບ: Chinhphu.vn

ມາຮອດປັດຈຸບັນ, ການລົງທຶນຂອງວິສາຫະກິດຫວຽດນາມ ເຂົ້າລາວ ມີ 413 ໂຄງການດ້ວຍທຶນທັງໝົົດແມ່ນ 4,22 ຕື້ໂດລາສະຫະລັດ, ຢືນອັນດັບ 3 ດ້ວຍບັນດາກິດຈະກໍາພົ້ນເດັ່ນທີ່ກໍາລັງດໍາເນີນທຸລະກິດບັນລຸໝາກຜົນທີ່ຕັ້ງໜ້າ ຄື: ການຮ່ວມທຸລະກິດໂທະຄົມມະນາຄົມຂອງ Viettel, ບັນດາໂຄງການຂອງກຸ່ມບໍລິສັດໃຫຍ່ຢາງພາລາ, ໂຮງແຮມເມືອງແທງ, ທະນາຄານຮ່ວມທຸລະກິດລາວ-ຫວຽດ, ໂຮງງານໄຟຟ້ານໍ້າຕົກເຊກະໝານ 1 ທີ່ກໍາລັງເຄື່ອນໄຫວຢ່າງມີປະສິດທິຜົນ... ຫວຽດນາມ ໄດ້ເຫັນດີຊື້ໄຟຟ້າຂອງລາວ 1.200MW, ລື່ນກາຍແຜນການທີ່ໄດ້ວາງອອກແມ່ນ 1.000MW ຂອງປີ 2020 ແລະຈະຊື້ຕື່ມ 5.000MW ເຖິງປີ 2030, ສ້າງເງື່ອນໄຂສະດວກໃຫ້ ລາວ ພັດທະນາເສດຖະກິດ-ສັງຄົມ...

ປີ 2019, ມີປະມານ 5 ໂຄງການຊ່ວຍເຫຼືອໄດ້ສໍາເລັດ, ບັນລຸຄຸນນະພາບ, ແລະໄດ້ນໍາໃຂ້ຢ່າງເປັນທາງການ, ມີ 2 ໂຄງການໃໝ່; ກິດຈະການຫໍສະພາແຫ່ງຊາດລາວ ກໍາລັງຜັນຂະຫຍາຍຢ່າງຕັ້ງໜ້າ, ບັນລຸຄວາມຄືບໜ້າຕາມແຜນການທີ່ໄດ້ວາງອອກ...

ບົນຈິດໃຈການພົວພັນຮ່ວມມືແບບພິເສດ ຫວຽດນາມ - ລາວ, ດັ່ງຄໍາສັ່ງສອນຂອງປະທານ ໂຮ່ຈິມິນ ທີ່ວ່າ “ຊ່ວຍເພື່ອນແມ່ນຊ່ວຍຕົນເອງ”, ນາຍົກລັດຖະມົນຕີ ແລະຄະນະປະຈໍາລັດຖະບານ ໄດ້ໃຫ້ທິດຊີ້ນໍາແກ້ໄຂຄວາມຫຍຸ້ງຍາກເພື່ອຊຸກຍູ້ການຜັນຂະຫຍາຍ, ກະກຽມໃຫ້ແກ່ກອງປະຊຸມຄະນະກໍາມະການລະຫວ່າງລັດຖະບານຫວຽດນາມ - ລາວ ໂດຍ ນາຍົກລັດຖະມົນຕີສອງປະເທດ ເປັນປະທານໃນຕົ້ນໄຕມາດທີ I-2020, ເປີດທິດທາງຮ່ວມມືໃໝ່ເພື່ອນໍາການພົວພັນອ້າຍນ້ອງທີ່ສະໜິດສະໜົມ ຫວຽດນາມ  - ລາວ ເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນ.

ໂດຍ: ກວຽດເຕິມ