leftcenterrightdel
ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຕ້ອນຮັບທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດລາວ ໃນວັນທີ 28 ຕຸລາ 2019, ຢູ່ຮ່າໂນ້ຍ. ພາບ: ສໍານັກຂ່າວສານຫວຽດນາມ.

ເນື້ອໃນສານອວຍພອນ ມີຕອນຂຽນວ່າ:

“ພວກຂ້າພະເຈົ້າຮູ້ສຶກປິຕິຊົມຊື່ນເມື່ອເຫັນວ່າໃນ 44 ປີຜ່ານມາ, ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ, ດ້ວຍຈິດໃຈຮັກຊາດອັນດູດດື່ມ ແລະມູນເຊື້ອປະຕິວັດອັນອົງອາດກ້າແກ່ນ, ປະຊາຊົນລາວບັນດາເຜົ່າອ້າຍນ້ອງຍາດໄດ້ບັນດາຜົນງານໃໝ່ໃຫຍ່ຫຼວງກວ່າເກົ່າໃນພາລະກິດປົກປັກຮັກສາ ແລະສ້າງສາປະເທດຊາດ: ຄວາມໝັ້ນຄົງ-ການເມືອງ ໄດ້ຮັບການຮັກສາໄວ້, ເສດຖະກິດເຕີບໂຕດ້ວຍລະດັບສູງ, ຊີວິດການເປັນຢູ່ທາງດ້ານວັດຖຸ ແລະຈິດໃຈຂອງປະຊາຊົນນັບມື້ນັບໄດ້ຮັບການປັບປຸງເທື່ອລະກ້າວ.

ພວກຂ້າພະເຈົ້າຂໍອວຍພອນໄຊໃຫ້ປະຊາຊົນລາວອ້າຍນ້ອງພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ ໂດຍທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດນໍາໜ້າຈະສືບຕໍ່ຍາດໄດ້ໄຊຊະນະໃໝ່ອັນໃຫຍ່ຫຼວງກວ່າອີກໃນການປະຕິບັດບັນດາຄາດໝາຍຂອງມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ແລະແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 8 ໄລຍະ 2016-2020 ຢ່າງມີໄຊ; ສ້າງສາປະເທດລາວ ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະວັດທະນາຖາວອນສຳເລັດຜົນ; ຈັດຕັ້ງກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນສຳເລັດ, ກ້າວໄປເຖິງກອງປະຊຸມໃຫຍ່ທົ່ວປະເທດ ຄັ້ງທີ XI ຂອງພັກ ໃຫ້ສໍາເລັດ; ປະຕິບັດຍຸດທະສາດພັດທະນາແຫ່ງຊາດຢ່າງມີໄຊ, ເປັນຕົ້ນແມ່ນຍຸດທະສາດ 2025, ວິໄສທັດ 2030”.

ໃນວັນດຽວກັນ, ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ສົ່ງສານອວຍພອນເຖິງທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດລາວ.

ໂດຍ: ຮວ່າງເຈື່ອງ