ທີ່ການພົບປະ, ທ່ານ Lee Nak-yeon ຕີລາຄາສູງຄວາມໝາຍຂອງການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການຂອງທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ທີ່ມີຕໍ່ການເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ແລະຄວາມເຂ້ົາອົກເຂົ້າໃຈເຊິ່ງກັນ ແລະກັນ, ຊຸກຍູ້ການພົວພັນຮ່ວມມືສອງປະເທດໃນຫຼາຍຂົງເຂດ.

ທ່ານ ຫງວຽນຊວນຟຸກ ຢັ້ງຢືນວ່າ, ຫວຽດນາມ ຖືເປັນສຳຄັນເລື່ອງຊຸກຍູ້ການພົວພັນຮ່ວມມືກັບ ສ.ເກົາຫຼີ ທັງສອງຝ່າຍ ແລະຫຼາຍຝ່າຍ, ພ້ອມແລ້ວທີ່ຈະເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່ເພື່ອຊຸກຍູ້ຂອບເຂດການຮ່ວມມືອາຊຽນ - ສ.ເກົາຫຼີ ແລະແມ່ນໍ້າຂອງ - ສ.ເກົາຫຼີ ກວ່າອີກ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ພົບປະກັບທ່ານ Lee Nak-yeon ນາຍົກລັດຖະມົນຕີ ສ.ເກົາຫຼີ. ພາບ: ສຳນັກຂ່າວສານຫວຽດນາມ.

ການນຳລັດຖະບານສອງຝ່າຍໄດ້ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາຢ່າງວ່ອງໄວ, ມີປະສິດທິຜົນຂອງການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ສ.ເກົາຫຼີ; ເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຊຸກຍູ້ການພົວພັນຮ່ວມມືພັດທະນາຢ່າງແຮງ, ແທດຈິງ ແລະຮອບດ້ານກວ່າອີກຜ່ານການຜັນຂະຫຍາຍບັນດາກົນໄກຮ່ວມມື, ການເຈລະຈາທີ່ມີຢູ່ແລ້ວ, ເປີດກວ້າງການພົບປະແລກປ່ຽນປະຊາຊົນ, ເພີ່ມທະວີການສົມທົບກັນໃນບັນດາບັນຫາພາກພື້ນ ແລະສາກົນກວ່າອີກ.

ທ່ານ ຫງວຽນຊວນຟຸກ ປາດຖະໜາວ່າ ຝ່າຍ ສ.ເກົາຫຼີ ສືບຕໍ່ໜູນຊ່ວຍຫວຽດນາມ ໃນວຽກງານເກັບກູ້ ແລະທຳລາຍລະເບີດບໍ່ທັນແຕກ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ; ເປີດປະຕູຕະຫຼາດໃຫ້ຜະລິດຕະພັນກະເສດຫວຽດນາມ ແລະເປີດກວ້າງການຄ້າຕາມທິດດຸນດ່ຽງ, ສຳເລັດເປົ້າໝາຍບັນລຸວົງເງິນການຄ້າສອງຝ່າຍຂຶ້ນ 100 ຕື້ໂດລາສະຫະລັດໂດຍໄວ. ພ້ອມກັນນັ້ນແມ່ນສົ່ງເສີມບັນດາວິສາຫະກິດ ສ.ເກົາຫຼີ ຖ່າຍທອດເຕັກໂນໂລຢີ, ເຂົ້າຮ່ວມບັນດາກົນໄກຈຸດສຸມ, ຄື: ພະລັງງານ, ພື້ນຖານໂຄງລ່າງຂອງຫວຽດນາມ; ສົມທົບກັນຍົກສູງຄວາມສາມາດ ແລະແບ່ງປັນບົດຮຽນກ່ຽວກັບເຕັກໂນໂລຢີຂ້ໍມູນຂ່າວສານລວມມີເຄືອຂ່າຍ 5G, ພັດທະນາລັດຖະບານເອເລັກໂຕນິກ.

ທ່ານ ຫງວຽນຊວນຟຸກ ປາດຖະໜາວ່າ ລັດຖະບານ, ປະຊາຊົນ, ບັນດາອົງການຈັດຕັ້ງມະຫາຊົນ ສ.ເກົາຫຼີ ສືບຕໍ່ຊ່ວຍເຫຼືອ ເພື່ອໃຫ້ປະຊາຄົມຊາວຫວຽດນາມ ອາໄສ ສ.ເກົາຫຼີ ມີຊີວິດການເປັນຢູ່ເປັນປົກກະຕິ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດປະຈຳຖິ່ນ ແລະປະກອບສ່ວນເຂົ້າໃນການປັບປຸງນ້ຳໃຈມິດຕະພາບລະຫວ່າງປະຊາຊົນສອງປະເທດ.

ທ່ານ Lee Nak-yeon ຢັ້ງຢືນວ່າ, ສ.ເກົາຫຼີ ຍາມໃດກໍ່ມີແຜນນະໂຍບາຍຖືເປັນສໍາຄັນ, ເພີ່ມທະວີການຮ່ວມມືຢ່າງເລິກເຊິ່ງກວ້າງຂວາງກັບຫວຽດນາມ; ເນັ້ນໜັກວ່າລັດຖະບານ ສ.ເກົາຫຼີ ຈະເອົາໃຈໃສ່, ຊຸກຍູ້ການຮ່ວມມືສອງປະເທດໃນທຸກຂົງເຂດກວ່າອີກ; ສືບຕໍ່ເອົາໃຈໃສ່, ໜູນຊ່ວຍປະຊາຄົມຊາວຫວຽດນາມ ອາໄສ ສ.ເກົາຫຼີ. ທ່ານ Lee Nak-yeon ຢັ້ງຢືນວ່າ ສ.ເກົາຫຼີ ຈະມີບັນດາມາດຕະການປົກປ້ອງສິດ ແລະຜົນປະໂຫຍດອັນຊອບທຳຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ ສ.ເກົາຫຼີ. ສ.ເກົາຫຼີ ຈະສືບຕໍ່ສົມທົບກັນເພື່ອໃຫ້ຫວຽດນາມ ດຳລົງຕຳແໜ່ງກຳມະການບ່ໍປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020-2021 ແລະປະທານອາຊຽນ 2020 ສໍາເລັດຜົນ.

ກ່ຽວກັບສະພາບການຢູ່ພາກພື້ນ ແລະສາກົນ, ນາຍົກລັດຖະມົນຕີສອງທ່ານແບ່ງປັນຄວາມຮັບຮູ້ລວມກ່ຽວກັບຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ເຄົາລົບກົດໝາຍຢູ່ພາກພື້ນ, ແກ້ໄຂບັນດາຄວາມບໍ່ລົງລອຍກັນໂດຍສັນຕິວິທີ, ຜ່ານການເຈລະຈາບົນພື້ນຖານກົດໝາຍສາກົນ.

ໂດຍ: ສົມເພັດ