ຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ດໍາເນີນການເຈລະຈາກັບທ່ານ Moon Jae-in ປະທານາທິບໍດີ ສ.ເກົາຫຼີ.

leftcenterrightdel
ພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຢ່າງເປັນທາງການ ໄດ້ຈັດຂຶ້ນຢ່າງສົມກຽດຢູ່ສະໜາມບິນການທະຫານເຊອຸນ. ພາບ: ສໍານັກຂ່າວສານຫວຽດນາມ. 

ທີ່ການເຈລະຈາ, ທ່ານປະທານາທິບໍດີ Moon Jae-in ອວຍພອນບັນດາຜົນງານອັນໃຫຍ່ຫຼວງໃນການພັດທະນາເສດຖະກິດ ແລະສ້າງສາປະເທດຊາດ ເຊິ່ງປະຊາຊົນຫວຽດນາມ ບັນລຸໄດ້ໃນໄລຍະຜ່ານມາ. ຕີລາຄາສູງການພັດທະນາຂອງການພົວພັນສອງປະເທດໃນທຸກຂົງເຂດ, ທ່ານປະທານາທິບໍດີ Moon Jae-in  ເນັ້ນໜັກວ່າ, ຫວຽດນາມ ແມ່ນຄູ່ຮ່ວມມືຈຸດສຸມໃນນະໂຍບາຍມຸ່ງໄປສູ່ທິດໃຕ້ໃໝ່ຂອງ ສ.ເກົາຫຼີ, ປາດຖະໜາວ່າ ສອງປະເທດສືບຕໍ່ຍູ້ແຮງການພົວພັນຮ່ວມມືຂຶ້ນສູ່ລະດັບສູງໃໝ່...

leftcenterrightdel
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະທ່ານ Moon Jae-in ປະທານາທິບໍດີ ສ.ເກົາຫຼີ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ອວຍພອນ ສ.ເກົາຫຼີ ຈັດຕັ້ງສໍາເລັດກອງປະຊຸມສຸດຍອດສະເຫຼີມສະຫຼອງການພົວພັນ ອາຊຽນ - ສ.ເກົາຫຼີ ຄົບຮອບ 30 ປີ ແລະກອງປະຊຸມສຸດຍອດແມ່ນໍ້າຂອງ - ສ.ເກົາຫຼີ ຄັ້ງທີ 1. ສະແດງຄວາມເພິ່ງພໍໃຈ ແລະຄວາມປິຕິຊົມຊື່ນຕໍ່ການພັດທະນາອັນດີງາມຂອງການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ສ.ເກົາຫຼີ, ທ່ານ ຫງວຽນຊວນຟຸກ ຢັ້ງຢືນວ່າ, ຫວຽດນາມ ຖືເປັນສໍາຄັນການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ, ຈະຮ່ວມມືຢ່າງແໜ້ນແຟ້ນກັບ ສ.ເກົາຫຼີ ໃນເລື່ອງນໍາການພົວພັນນັ້ນສືບຕໍ່ພັດທະນາຢ່າງແຮງ, ເລິກເຊິ່ງ ແລະມີປະສິດທິຜົນກວ່າອີກໃນຊຸມປີຈະມາເຖິງ.

ສອງຝ່າຍເຫັນດີສືບຕໍ່ປັບປຸງ, ເພີ່ມທະວີຄວາມເຂົ້າໃຈ ແລະໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ, ປະຕິບັດການແລກປ່ຽນຄະນະຜູ້ແທນ ແລະພົບປະລະຫວ່າງການນໍາຂັ້ນສູງ, ທຸກຂັ້ນ, ທຸກຂະແໜງການ, ທ້ອງຖິ່ນລະຫວ່າງສອງປະເທດເປັນປະຈຳ; ຮັກສາບັນດາກົນໄກເຈລະຈາຂັ້ນຮອງລັດຖະມົນຕີໃນຂົງເຂດການທູດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢ່າງມີປະສິດທິຜົນ...

leftcenterrightdel
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຈລະຈາກັບທ່ານ Moon Jae-in ປະທານາທິບໍດີ ສ.ເກົາຫຼີ. ພາບ: ສໍານັກຂ່າວສານຫວຽດນາມ.

ການນໍາສອງປະເທດ ໄດ້ແລກປ່ຽນສະພາບການສາກົນ ແລະພາກພື້ນຢ່າງເລິກເຊິ່ງກວ້າງຂວາງ, ເຫັນດີເພີ່ມທະວີການແບ່ງປັນຂໍ້ມູນຂ່າວສານ, ການຮ່ວມມື ແລະສະໜັບສະໜູນເຊິ່ງກັນແລະກັນທີ່ບັນດາເວທີປາໄສສາກົນ ຄື: ສະຫະປະຊາຊາດ, ອາຊຽນ...; ເນັ້ນໜັກຄວາມສໍາຄັນຂອງການຮັບປະກັນສັນຕິພາບ, ຄວາມໝັ້ນຄົງ, ຄວາມປອດໄພ ແລະຄວາມເສລີໃນການເດີນທະເລ, ການບິນ, ແກ້ໄຂບັນດາຄວາມບໍ່ລົງລອຍກັນ, ການຂັດແຍ່ງກັນຢູ່ທະເລຕາເວັນອອກ ໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ.

ພາຍຫຼັງການເຈລະຈາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະທ່ານປະທານາທິບໍດີ Moon Jae-in ໄດ້ເປັນສັກຂີພິຍານພິທີລົງນາມບັນດາເອກະສານຮ່ວມມືລະຫວ່າງສອງປະເທດ.

ໂດຍ: ໄຊຊະນະ