ຄູ່ຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນໃນຫຼາຍຂົງເຂດ

ຮູ້ສຶກດີໃຈເມື່ອໄດ້ຮັບໜ້າທີ່ກົງກັບຈຸດເວລາທີ່ການພົວພັນຫວຽດນາມ - ອີຢູ ກໍາລັງຢູ່ໃນໄລຍະພັດທະນາຢ່າງດີງາມ, ສາມາດເວົ້າໄດ້ວ່າດີທີ່ສຸດໃນປະຫວັດສາດໄລ່ມາຮອດປັດຈຸບັນ, ທ່ານເອກອັກຄະລັດຖະທູດ Giorgio Aliberti ຖືວ່າ ຫວຽດນາມ ກໍາລັງດຶງດູດເອົາຄວາມສົນໃຈຈາກບັນດາອົງການຕົ້ນຕໍຂອງອີຢູ ຢູ່ ບຣຸກແຊນ ເວົ້າສະເພາະ ກໍຄື ຢູ່ເອີລົບ ເວົ້າລວມ.

ທ່ານເອກອັກຄະລັດຖະທູດ ເນັ້ນໜັກວ່າ, ອີຢູ ຖື ຫວຽດນາມ ແມ່ນຄູ່ຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນໃນຫຼາຍຂົງເຂດ. ເລື່ອງສອງຝ່າຍເຊັນສັນຍາສະບັບຕ່າງໆໃນຫວ່າງມໍ່ໆມານີ້ແມ່ນເປັນພະຍານຫຼັກຖານທີ່ລະອຽດໃຫ້ແກ່ການພົວພັນສອງຝ່າຍທີ່ກໍາລັງພັດທະນາຢ່າງແຮງ. ຕາມທ່ານ Giorgio Aliberti ແລ້ວ, ຫວຽດນາມ ແລະ ອີຢູ ໄດ້ເຊັນສັນຍາການຄ້າເສລີ (EVFTA), ສັນຍາປົກປ້ອງການລົງທຶນ (EVIPA) ໃນເດືອນມິຖຸນາ ປີ 2019.

leftcenterrightdel
ທ່ານ Giorgio Aliberti ເອກອັກຄະລັດຖະທູດ, ຫົວໜ້າຄະນະປະຕິບັດງານ ອີຢູ ຄົນໃໝ່ປະຈໍາຫວຽດນາມ ທີ່ການພົບປະກັບສື່ມວນຊົນ ໃນວັນທີ 12 ພະຈິກ 2019. ພາບ: ລິງແອວງ.

ທ່ານ Giorgio Aliberti ກ່າວວ່າ “ສັນຍາຄູ່ຮ່ວມມື ແລະການຮ່ວມມືຮອບດ້ານລະຫວ່າງຫວຽດນາມ ແລະອີຢູ (PCA) ເປັນຈຸດເລີ່ມຕົ້ນໃຫ້ແກ່ການພົວພັນຫວຽດນາມ - ອີຢູ ໃນຫຼາຍຂົງເຂດ. ວັນທີ 17 ຕຸລາ, ສອງຝ່າຍໄດ້ເຊັນສັນຍາວ່າດ້ວຍການສ້າງຕັ້ງຂອບເຂດການເຂົ້າຮ່ວມຂອງຫວຽດນາມ ໃນການເຄື່ອນໄຫວຄຸ້ມຄອງວິກິດການຂອງອີຢູ (ເອີ້ນຫຍໍ້ວ່າແມ່ນສັນຍາ FPA). ນີ້ແມ່ນຂົງເຂດຮ່ວມມືໃໝ່ລະຫວ່າງສອງຝ່າຍ”.

ທ່ານ Giorgio Aliberti ຢັງຢືນວ່າ, ອີຢູ ແມ່ນນັກອຸປະຖໍາໃຫຍ່ ແລະກໍ່ແມ່ນອົງການຄວາມໝັ້ນຄົງສໍາຄັນຢູ່ໃນໂລກໃນແງ່ມູມຄຸ້ມຄອງວິກິດການພົນລະເຮືອນ ແລະການທະຫານ, ປັດຈຸບັນ, ອີຢູ ກໍາລັງຜັນຂະຫຍາຍ 16 ຄະນະປະຕິບັດງານຢູ່ບັນດາບໍລິເວນ “ເຄັ່ງຮ້ອນ” ໃນໂລກ; ຖ້າບໍ່ເຊັນສັນຍາ ຄື FPA,  ບັນດາຄູ່ຮ່ວມມືດ້ານຄວາມໝັ້ນຄົງ ຄື ຫວຽດນາມ ບໍ່ສາມາດເຂົ້າຮ່ວມການເຄື່ອນໄຫວຂອງອີຢູ ໂດຍກົງໄດ້. ທ່ານ Giorgio Aliberti  ຊີ້ແຈ້ງວ່າ “ສັນຍາ FPA ເອື້ອອຳນວຍໃຫ້ຫວຽດນາມ ສາມາດນໍາສົ່ງນາຍທະຫານ, ພະນັກງານສັງກັດກໍາລັງພົນລະເຮືອນເຂົ້າຮ່ວມຄະນະປະຕິບັດງານຂອງອີຢູ. ການຮ່ວມມືນີ້ຈະຊ່ວຍໃຫ້ຫວຽດນາມ ຍົກສູງກຳລັງຄວາມສາມາດ, ກະກຽມໃຫ້ແກ່ການເຄື່ອນໄຫວທີ່ຄ້າຍຄືກັນຂອງຕົນໃຫ້ດີກວ່ານີ້ອີກ, ໂດຍສະເພາະແມ່ນເມື່ອເຂົ້າຮ່ວມກໍາລັງຮັກສາສັນຕິພາບສະຫະປະຊາຊາດ”.

ສອງບຸລິມະສິດ ໃນອາຍຸການ 4 ປີ

ໃນສະພາບການໂລກເວົ້າລວມ, ຫວຽດນາມ ເວົ້າສະເພາະ ກໍາລັງຢືນຢູ່ຕໍ່ໜ້າໂອກາດ ແລະສິ່ງທ້າທາຍນາໆປະການ, ທ່ານ Giorgio Aliberti ໄດ້ຍົກອອກສອງບຸລິມະສິດໃນອາຍຸການ 4 ປີທີ່ດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດ, ຫົວໜ້າຄະນະປະຕິບັດງານອີຢູປະຈໍາຫວຽດນາມ. ບຸລິມະສິດທໍາອິດ ເຊິ່ງທ່ານເອກອັກຄະລັດຖະທູດ ໄດ້ເນັ້ນໜັກເປັນພິເສດແມ່ນການປົກປ້ອງສິ່ງແວດລ້ອມ, ຕ້ານການປ່ຽນແປງຂອງດິນຟ້າອາກາດ. ນີ້ບໍ່ພຽງແຕ່ແມ່ນບັນຫາຂອງຫວຽດນາມ ແລະອີຢູ ເທົ່ານັ້ນ ຫາກຍັງແມ່ນຂອງທົ່ວໂລກອີກດ້ວຍ. ທ່ານເອກອັກຄະລັດຖະທູດ ໃຫ້ຮູ້ວ່າ, ໃນຕົ້ນເດືອນທັນວາ ທີ່ຈະມາເຖິງ, ຄະນະນໍາຊຸດໃໝ່ຂອງຄະນະກໍາມະການເອີລົບ (EC) ຈະເລີ່ມເຂົ້າສູ່ການເຄື່ອນໄຫວ. ໜຶ່ງໃນບັນດາບຸລິມະສິດຂອງຄະນະນໍາຊຸດໃໝ່ຂອງ EC ແມ່ນຕ້ານການປ່ຽນແປງຂອງດິນຟ້າອາກາດ ດ້ວຍຄວາມມຸ່ງຫວັງຂອງອີຢູ ແມ່ນກາຍເປັນທະວີບທີ່ຈາວກັນກັບ carbon ໃນປີ 2050. ອີຢູ ຢາກກາຍເປັນຄູ່ຮ່ວມມືຂອງຫວຽດນາມ ນໍາໜ້າໃນຂົງເຂດນີ້.

ນອກຈາກນີ້, ໃນອາຍຸການຂອງຕົນ, ທ່ານເອກອັກຄະລັດຖະທູດ Giorgio Aliberti ກໍສຸມໃສ່ບຸລິມະສິດໜູນຊ່ວຍພື້ນຖານເສດຖະກິດດີຈີຕອນ ເຊິ່ງ ຫວຽດນາມ ກໍາລັງປະຕິບັດ. ທ່ານ Giorgio Aliberti ຊົມເຊີຍບັນດາຄວາມສຳເລັດ ເຊິ່ງ ຫວຽດນາມ ບັນລຸໄດ້ໃນການປົວແປງພື້ນຖານເສດຖະກິດດ້ວຍລະດັບເຕີບໂຕ GDP ທີ່ປະທັບໃຈ; ຕີລາຄາສູງວິໄສທັດໃນອະນາຄົດຂອງລັດຖະບານຫວຽດນາມ ເມື່ອເດີນຕາມພື້ນຖານເສດຖະກິດດີຈີຕອນໃນສະພາບການປະຕິວັດອຸດສາຫະກໍາ 4.0 ທີ່ກໍາລັງດໍາເນີນໄປຢ່າງແຮງ. ທ່ານເອກອັກຄະລັດຖະທູດ ຢັ້ງຢືນວ່າ, ອີຢູ ມີບົດຮຽນຫຼາຍຢ່າງເພື່ອຊ່ວຍ ຫວຽດນາມ ປະຕິບັດເປົ້າໝາຍນີ້.

ໂດຍ: ໄຊຊະນະ