ທີ່ການຕ້ອນຮັບ, ທ່ານ ຫງວຽນຊວນຟຸກ ສະແດງຄວາມຂອບໃຈຕໍ່ບັນດາການປະກອບສ່ວນຕັ້ງໜ້າຂອງທ່ານ Hatoyama Yukio ໃຫ້ແກ່ການພົວພັນສອງ ປະເທດ. ປັດຈຸບັນ, ການພົວພັນຄູ່ຮ່ວມມືຍຸດທະສາດທີ່ເລິກເຊິ່ງກວ້າງຂວາງລະຫວ່າງຫວຽດນາມ - ຍີ່ປຸ່ນ ກໍາລັງພັດທະນາຢ່າງແຮງໃນທຸກຂົງເຂດ, ໃນນັ້ນມີການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ພິເສດແມ່ນການຮ່ວມມືໃນຂົງເຂດແຮງງານ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ Hatoyama Yukio  ຫົວໜ້າສະຖາບັນຄົ້ນຄວ້າອາຊີຕາເວັນອອກ (ຍີ່ປຸ່ນ). ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານນາຍົກລັດຖະມົນຕີ ຕີລາຄາສູງເລື່ອງທ່ານ Hatoyama Yukio ຍັງສືບຕໍ່ເອົາໃຈໃສ່ ແລະສະເໜີຫຼາຍແນວຄິດເພື່ອຊຸກຍູ້ການຮ່ວມມືລະຫວ່າງຫວຽດ ນາມ ແລະຍີ່ປຸ່ນ ໃນບັນດາຂົງເຂດ ຄື ການກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ, ກໍ່ສ້າງພື້ນຖານໂຄງລ່າງ... ນີ້ລ້ວນແຕ່ແມ່ນບັນດາຂົງເຂດ ເຊິ່ງ ທັງສອງປະ ເທດ ມີຄວາມຕ້ອງການ ແລະມີຄວາມສາມາດບົ່ມຊ້ອນເປີດກວ້າງການຮ່ວມມື.

ທ່ານ Hatoyama Yukio ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາຂອງການພົວພັນຮ່ວມມືຫວຽດນາມ - ຍີ່ປຸ່ນ. ທ່ານ ແລະຄະນະ ມີຄວາມສົນໃຈທີ່ສຸດຕໍ່ບັນດາໂຄງການຮ່ວມມືຢ່າງລະອຽດ, ໃນນັ້ນມີການຮ່ວມມືລົງທຶນໂຄງການກໍ່ສ້າງພື້ນຖານໂຄງລ່າງຕາມຮູບແບບ PPP (ການຮ່ວມມືພາກລັດ-ເອກະຊົນ), ເປັນຮູບແບບລົງທຶນໜຶ່ງ  ເຊິ່ງ ສະພາແຫ່ງຊາດຫວຽດນາມ ກໍາລັງປຶກສາຫາລື, ພິຈາລະນາຮັບຮອງເອົາເປັນກົດໝາຍ. ນີ້ແມ່ນທິດທາງໃໝ່ໃນການພົວພັນຮ່ວມມືລະຫວ່າງສອງປະເທດກໍາລັງເຂົ້າສູ່ລວງເລິກ ແລະມີປະສິດທິຜົນ. ທ່ານ ກໍປາດຖະໜາວ່າສອງຝ່າຍຄວນເພີ່ມທະວີການຮ່ວມມືທາງດ້ານຊັບພະຍາກອນມະນຸດ.

ໂດຍ: ໄຊຊະນະ