ກ່າວຄຳເຫັນທີ່ພິທີ, ທ່ານນາງ ຫງວຽນເຟືອງງາ ປະທານ VUFO ຢັ້ງຢືນວ່າ, ໃນໄລຍະເວລາທີ່ປະຕິບັດງານຢູ່ຫວຽດນາມ, ທ່ານ Jorge Rondon Uzcategui ໄດ້ມີບັນດາການປະກອບສ່ວນອັນລ້ຳຄ່າໃນການປັບປຸງ ແລະຊຸກຍູ້ການພົວພັນມິດຕະພາບ, ຄວາມສາມັກຄີ ແລະການຮ່ວມມືໃນຫຼາຍຂົງເຂດລະຫວ່າງຫວຽດນາມ  ແລະເວເນຊູເອລາ.

leftcenterrightdel
ທ່ານນາງ ຫງວຽນເຟືອງງາ ປະທານ VUFO  ມອບຫຼຽນກາລະນຶກ “ເພື່ອສັນຕິພາບ, ມິດຕະພາບລະຫວ່າງບັນດາຊົນຊາດ”  ໃຫ້ທ່ານ  Jorge Rondon Uzcategui ເອກອັກຄະລັດຖະທູດເວເນຊູເອລາ  ປະຈຳ ຫວຽດນາມ. ພາບ: ສຳນັກຂ່າວສານຫວຽດນາມ.

ທ່ານນາງ ຫງວຽນເຟືອງງາ ປະທານ VUFO ໃຫ້ຮູ້ວ່າ, ຄະນະປະທານ VUFO ໄດ້ຕົກລົງມອບຫຼຽນກາລະນຶກ “ເພື່ອສັນຕິພາບ, ມິດຕະພາບລະຫວ່າງບັນດາຊົນຊາດ” ເຊິ່ງແມ່ນລາງວັນອັນສູງສົ່ງທີ່ສຸດຂອງ VUFO ໃຫ້ແກ່ທ່ານ Jorge Rondon Uzcategui ເພື່ອເປັນການຮັບຮູ້ ແລະເຊີດຊູການອຸທິດສ່ວນຕ່າງໆຂອງທ່ານເອກອັກຄະລັດຖະທູດ.  ທ່ານ Jorge Rondon Uzcategui ຢັ້ງຢືນວ່າຈະສືບຕໍ່ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອປະກອບສ່ວນເພີ່ມທະວີນ້ຳໃຈສາມັກຄີມິດຕະພາບ, ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະກັນລະຫວ່າງປະຊາຊົນສອງປະເທດ ເວເນຊູເອລາ ແລະຫວຽດນາມ.

ໂດຍ: ແສງເດືອນ