ທ່ານ ຫງວຽນຊວນຟຸກ ສະແດງຄວາມພາກພູມໃຈເມື່ອເຫັນວ່າ ປະຈຸບັນການພົວພັນຫວຽດນາມ-ຍີ່ປຸ່ນ ພວມຢູ່ໃນໃນໄລຍະພັດທະນາອັນດີງາມ, ຮອບດ້ານ, ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງນັບມື້ນັບໄດ້ຮັບການປັບປຸງ; ໃນນັ້ນການພົວພັນລະຫວ່າງບັນດາທ້ອງຖິ່ນກໍ່ສວມບົດບາດສຳຄັນທີ່ສຸດ, ແຂວງ Saitama ແມ່ນໜຶ່ງໃນບັນດາແຂວງໃຫຍ່ ແລະສຳຄັນຂອງ ຍີ່ປຸ່ນ, ມີການພົວພັນສະໜິດຕິດພັນກັບຫວຽດນາມ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບຜູ້ວ່າການແຂວງ Saitama, ຍີ່ປຸ່ນ. ພາບ: baochinhphu.vn.

ທ່ານ ຫງວຽນຊວນຟຸກ ເຊື່ອໝັ້ນວ່າ, ທ່ານ Motohiro Ono ຈະມີການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ການຮ່ວມມືລະຫວ່າງແຂວງ Saitama ກັບບັນດາທ້ອງຖິ່ນຂອງຫວຽດນາມ ເວົ້າສະເພາະ ແລະລະຫວ່າງຫວຽດນາມ ກັບ ຍ່ີປຸ່ນ ເວົ້າລວມ. ທ່ານ ຫງວຽນຊວນຟຸກ ປາດຖະໜາວ່າຍີ່ປຸ່ນ ຈະບືນຕົວນຳໜ້າກ່ຽວກັບການລົງທຶນ FDI, ການຄ້າ.... ຢູ່ຫວຽດນາມ, ໃນນັ້ນແຂວງ Saitama ຈະນໍາໜ້າໃນວິວັດທະນາການນີ້.

ທ່ານ Motohiro Ono ກໍ່ໃຫ້ຮູ້ວ່າ, ຍີ່ປຸ່ນ ມີຄວາມຕ້ອງການກ່ຽວກັບແຮງງານ, ໃນນັ້ນຜູ້ອອກແຮງງານຂອງຫວຽດນາມ ມີສີມືແຮງງານສູງ, ສະນັ້ນ ຍີ່ປຸ່ນ ເວົ້າລວມ ແລະແຂວງ Saitama ປາດຖະໜາຢາກເພີ່ມທະວີການຮ່ວມມືກັບຫວຽດນາມ ໃນຂົງເຂດນີ້, ໂດຍສະເພາະແມ່ນຍູ້ແຮງການຮັບຄົນງານຫວຽດນາມ ມາເຮັດວຽກຢູ່ ຍີ່ປຸ່ນ, ຮັບເອົາບັນດາທັກສະ, ບົດຮຽນທີ່ດີ, ຜ່ານນັ້ນນຳມາເຊິ່ງປະສິດທິຜົນໃຫ້ທັງສອງຝ່າຍ.

ໂດຍ: ແສງເດືອນ