ທີ່ການຕ້ອນຮັບ, ທ່ານ ແສງເພັດ ຮຸ່ງບຸນຍວງ ໃຫ້ຮູ້ວ່າຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອນໍາສາຍພົວພັນສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງປະເທດໃຫ້ເຂົ້າສູ່ລວງເລິກກວ່າອີກ, ນັບມື້ນັບ “ເກີດດອກອອກຜົນ”.

leftcenterrightdel
ທ່ານ ຫງວຽນຊວນຟຸກ ຕ້ອນຮັບທ່ານ ແສງເພັດ ຮຸ່ງບຸນຍວງ. ພາບ: baochinhphu.vn.

ທ່ານ ຫງວຽນຊວນຟຸກ ເນັ້ນໜັກວ່າ ຫວຽດນາມ ແລະລາວ ມີສາຍພົວພັນສາມັກຄີແບບພິເສດ, ແມ່ນຊັບສົມບັດອັນລໍ້າຄ່າເຊິ່ງປະຊາຊົນຂອງສອງປະເທດລ້ວນແຕ່ຕ້ອງຮັກສາ ແລະເພີ່ມພູນຄູນສ້າງ. ສອງປະເທດຄວນສືບຕໍ່ຊຸກຍູູ້ການແລກປ່ຽນຄະນະທຸກຂັ້ນ, ຊຸກຍູ້ບັນດາການເຄື່ອນໄຫວພົບປະແລກປ່ຽນປະຊາຊົນ, ໂດຍສະເພາະແມ່ນຄົນຮຸ່ນໜຸ່ມສອງປະເທດ. ທ່ານ ນາຍົກລັດຖະມົນຕີ ຢ້ັງຢືນວ່າ, ພັກ, ລັດຖະບານຫວຽດນາມ ໄດ້ກໍານົດວ່າ, ບັນດາຂະແໜງການ, ທ້ອງຖິ່ນຫວຽດນາມ ຍາມໃດກໍ່ເອົາໃຈໃສ່ຮ່ວມມືກັບບັນດາທ້ອງຖິ່ນ, ກະຊວງ, ຂະແໜງການຂອງລາວ, ປາດຖະໜາວ່າອົງການທີ່ກ່ຽວຂ້ອງຂອງສອງປະເທດຈະສົມທົບກັນໃຫ້ດີກວ່າອີກ, ຜັນຂະຫຍາຍບັນດາຂໍ້້ຕົກລົງ, ແກ້ໄຂຄວາມຫຍຸ້ງຍາກເພື່ອຍູ້ໄວຄວາມຄືບໜ້າຂອງບັນດາໂຄງການຮ່ວມມື; ຊຸກຍູ້ວົງເງິນການຄ້າສອງຝ່າຍ ແລະບັນດາການເຄື່ອນໄຫວລົງທຶນ... ທ່ານ ນາຍົກລັດຖະມົນຕີ ສະແດງຄວາມເຊື່ອໝັ້ນວ່າ, ສອງຝ່າຍຈະຍົກສູງປະສິດທິຜົນການຮ່ວມມືຢູ່ບັນດາເວທີປາໄສສາກົນ, ພາກພື້ນ ແລະອະນຸພາກພື້ນ, ກໍ່ຄືຕັ້ງໜ້າສົມທົບທັດສະນະ, ຫຼັກໝັ້ນໃນບັນດາບັນຫາລວມຂອງພາກພື້ນ. ທ່ານ ນາຍົກລັດຖະມົນຕີ ສະເໜີລາວ ໜູນຊ່ວຍ ຫວຽດນາມ ດໍາລົງຕໍາແໜ່ງເປັນປະທານອາຊຽນ 2020 ແລະຄະນະກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງສະຫະປະຊາຊາດ ອະຍຸການ 2020-2021 ສຳເລັດຜົນ.

ໂດຍ: ເກື່ອງດັ້ງ