ກ່າວຄຳເຫັນທີ່ເຫດການ, ຕາງໜ້າສະຖານທູດຫວຽດນາມ ປະຈຳ ອີຕາລີ, ທ່ານ ຫງວຽນເວິນຢູ໊ງ, ທີ່ປຶກສາທູດຜູ້ຮັບຜິດຊອບກົງສູນສະຖານທູດຫວຽດນາມ ປະຈຳ ອີຕາລີ ຊົມເຊີຍຂໍ້ລິເລີ່ມຂອງພັກກອມມູນິດອີຕາລີ ແລະຢັ້ງຢືນວ່າ, 50 ປີໄດ້ຜ່ານພົ້ນໄປ ແຕ່ວ່າຄຳພິໄນກຳຂອງປະທານໂຮ່ຈີ໊ມິນ ຍາມໃດກໍ່ແມ່ນເອກະສານປະຫວັດສາດອັນລ້ຳຄ່າ, ເຕົ້າໂຮມຢູ່ໃນນັ້ນມີແນວຄິດ, ຄຸນສົມບັດ ແລະຈິດວິນຍານອັນສູງສົ່ງຂອງປະທານໂຮ່ຈີ໊ມິນ.

leftcenterrightdel
ທ່ານ Luca Cangemi ຮອງເລຂາທິການສູນກາງພັກ PCI ຮັບຜິດຊອບຂົງເຂດບໍາລຸງສ້າງກ່າວຄຳເຫັນທີ່ເຫດການ. ພາບ: ສຳນັກຂ່າວສານຫວຽດນາມ.

ເຫດການໄດ້ປະກອບສ່ວນຮັດແໜ້ນການພົວພັນລະຫວ່າງພັກກອມມູນິດຫວຽດນາມ ແລະພັກກອມມູນິດອີຕາລີ ກວ່າອີກ ແລະກໍ່ແມ່ນກາລະໂອກາດເພື່ອໃຫ້ຄົນຮຸ່ນໜຸ່ມ,  ສະມາຊິກພັກກອມມູນິດອີຕາລີ ເຂົ້າໃຈກ່ຽວກັບປະທ່ານ ໂຮ່ຈີ໊ມິນ ແລະມໍລະດົກຂອງເພິ່ນປະໄວ້ໃຫ້ຢ່າງເລິກເຊິ່ງກວ່ານີ້ອີກ.

ໂດຍ: ສົມເພັດ