leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ພົບປະກັບທ່ານ ປຣະຢຸດ​ ຈັນ​ໂອຊາ ນາຍົກລັດຖະມົນຕີໄທ. ພາບ: baochinhphu.vn.

ບົນຈິດໃຈໜູນຊ່ວຍເຊິ່ງກັນ ແລະກັນ, ທ່ານ ຫງວຽນຊວນຟຸກ ສະເໜີໃຫ້ໄທ ເອົາໃຈໃສ່ສ້າງເງື່ອນໄຂສະດວກໃຫ້ແກ່ສິນຄ້າຫວຽດນາມ ໄດ້ຈໍາໜ່າຍຢູ່ຕະຫຼາດໄທ, ເອົາໃຈໃສ່ໜູນຊ່ວຍປະຊາຄົມຊາວຫວຽດນາມ ອາໄສຢູ່ປະເທດໄທ ມີຄວາມອຸ່ນອຽນໃຈດໍາລົງຊີວິດ, ທໍາມາຫາກິນ, ເຊື່ອມຕົວເຂົ້າກັບສັງຄົມໄທ.

ທ່ານ ປຣະຢຸດ​ ຈັນ​ໂອຊາ ກໍ່ສະເໜີໃຫ້ສອງປະເທດເພີ່ມທະວີການສົມທົບແກ້ໄຂບັນດາບັນຫາທີ່ມີຜົນກະທົບລວມຕໍ່ອາຊຽນ, ຄື: ມົນລະພິດທາງອາກາດ, ຄວາມໝັ້ນຄົງຂອງແຫຼ່ງນໍ້າ, ໂດຍສະເພາະແມ່ນຊອກຫາມາດຕະການເພີ່ມທະວີວົງເງິນການຄ້າ, ຂະໜາດລົງທຶນ, ເປີດປະຕູຕະຫຼາດ, ສ້າງເງື່ອນໄຂໃຫ້ແກ່ວິສາຫະກິດແຕ່ລະປະເທດດໍາເນີນທຸລະກິດຢ່າງສະດວກ. ການນໍາສອງປະເທດໄດ້ເຫັນດີເປັນເອກະພາບເພີ່ມທະວີການສົມທົບກັນຢ່າງແໜ້ນແຟ້ນເພື່ອບັນລຸໄດ້ບັນດາເປົ້າໝາຍລວມໃນການກໍ່ສ້າງປະຊາຄົມອາຊຽນ, ເພີ່ມທະວີບົດບາດເປັນໃຈກາງຂອງອາຊຽນ, ຊຸກຍູ້ການພົວພັນກັບບັນດາປະເທດຄູ່ຮ່ວມມື, ແກ້ໄຂບັນດາບັນຫາຄວາມໝັ້ນຄົງຢູ່ພາກພື້ນ, ໃນນັ້ນມີບັນຫາທະເລຕາເວັນອອກ.

ໂດຍ: ໄຊນີດາ