ທີ່ການຕ້ອນຮັບ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ເຊື່ອໝັ້ນວ່າ, ດ້ວຍບົດຮຽນໃນຂະແໜງການທູດ, ທ່ານເອກອັກຄະລັດຖະທູດ ຈະມີການປະກອບສ່ວນແທດຈິງຫຼາຍຢ່າງເຂົ້າໃນການຜັນຂະຫຍາຍຄູ່ຮ່ວມມືຍຸດທະສາດຫວຽດນາມ-ເຢຍລະມັນ ໃນໄລຍະຈະມາເຖິງ; ຢັ້ງຢືນວ່າ, ລັດຖະບານ, ບັນດາກະຊວງ, ຂະແໜງການ ແລະທ້ອງຖິ່ນຫວຽດນາມ ພ້ອມແລ້ວທີ່ຈະສ້າງເງື່ອນໄຂສະດວກ ເພື່ອໃຫ້ທ່ານເອກອັກຄະລັດຖະທູດ ປະຕິບັດໜ້າທີ່ວຽກງານໃຫ້ສຳເລັດ. ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການປັບປຸງ ແລະເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດກັບເຢຍລະມັນ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານ Guido Hildner ເອກອັກຄະລັດຖະທູດເຢຍລະມັນ. ພາບ: ຖົ໊ງເຍິດ.

ທ່ານເອກອັກຄະລັດຖະທູດ ກໍ່ຢັ້ງຢືນວ່າທັດສະນະຂອງເຢຍລະມັນ ແມ່ນສະໜັບສະໜູນສັນຕິພາບ, ສະຖຽນລະພາບ, ຄວາມເສລີ, ຄວາມໝັ້ນຄົງ ແລະຄວາມປອດໄພໃນການເດີນທະເລ ແລະການບິນຢູ່ເຂດທະເລຕາເວັນອອກບົນພື້ນຖານເຄົາລົບກົດໝາຍສາກົນ.

ທ່ານ Guido Hildner ຖືວ່າ, ສອງຝ່າຍຈະມີກາລະໂອກາດຮ່ວມມືຫຼາຍຢ່າງກວ່າອີກເມື່ອພ້ອມກັນດຳລົງຕຳແໜ່ງກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020 – 2021 ແລະຫວຽດນາມ ດຳລົງຕຳແໜ່ງປະທານອາຊຽນ, ສ່ວນເຢຍລະມັນ ກໍ່ດຳລົງຕຳແໜ່ງປະທານໝູນວຽນ ອີຢູ ໃນທ້າຍປີ 2020.

ຕາມທ່ານ ຫງວຽນຊວນຟຸກ ແລ້ວ, ສອງຝ່າຍມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃນການຮ່ວມມືດ້ານການຄ້າ, ການລົງທຶນ. ເຢຍລະມັນແມ່ນຄູ່ຮ່ວມມືການຄ້າແຖວໜ້າຂອງຫວຽດນາມ ຢູ່ ອີຢູ ມາຫຼາຍປີ (ປີ 2018, ວົງເງິນການຄ້າສອງສົ້ນບັນລຸ 10,8 ຕື້ໂດລາສະຫະລັດ). ເຖິງຢ່າງໃດກໍ່ຕາມ, ການລົງທຶນຂອງເຢຍລະມັນ ຢູ່ຫວຽດນາມ ຍັງຈຳກັດຢູ່, ບັນລຸໄດ້ຍັງບໍ່ຮອດ 2 ຕື້ໂດລາສະຫະລັດ, ຢືນອັນດັບທີ 4 ໃນບັນດາປະເທດອີຢູ. ທ່ານ ຫງວຽນຊວນຟຸກ ປາດຖະໜາວ່າ ທ່ານ Guido Hildner ຈະຊຸກຍູ້ການຮ່ວມມືໃນຂົງເຂດນີ້ກວ່າອີກ; ສົມທົບກັບບັນດາອົງການສອງຝ່າຍສືບຕໍ່ຜັນຂະຫຍາຍບັນດາໂຄງການຈຸດສຸມລະຫວ່າງສອງປະເທດ.

ໂດຍ: ສົມເພັດ