ທີ່ການພົບປະ, ທ່ານນາງ ຫງວຽນທິກິມເງິນ ໄດ້ສະແດງຄວາມຂອບອົກຂອບໃຈທ່ານ ບຸນຍັງ ວໍລະຈິດ ທີ່ໄດ້ນໍາໜ້າຄະນະຜູ້ແທນຂັ້ນສູງຂອງພັກ ແລະລັດລາວ ມາເຂົ້າຮ່ວມພິທີສະເຫຼີມສະຫຼອງ 70 ປີແຫ່ງວັນມູນເຊື້ອທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ຢູ່ລາວ. ທ່ານນາງ ຫງວຽນທິກິມເງິນ ໄດ້ແຈ້ງໃຫ້ທ່ານ ບຸນຍັງ ວໍລະຈິດ ຮັບຊາບກ່ຽວກັບບັນດາການເຄື່ອນໄຫວຂອງສະພາແຫ່ງຊາດຫວຽດນາມ. ທ່ານນາງ ຫງວຽນທິກິມເງິນ ໃຫ້ຮູ້ວ່າພາຍຫຼັງການຢ້ຽມຢາມລາວ ເມື່ອເດືອນກັນຍາ ຜ່ານມາ, ບັນດາວຽກງານ ເຊິ່ງ ປະທານສະພາແຫ່ງຊາດສອງປະເທດ ໄດ້ປຶກສາຫາລືລ້ວນແຕ່ໄດ້ຮັບການຊີ້ນໍາຜັນຂະຫຍາຍປະຕິບັດຢ່າງທັນການ. ສະພາແຫ່ງຊາດສອງປະເທດ ສືບຕໍ່ແລກປ່ຽນກ່ຽວກັບບັນດາບັນຫາຮ່ວມມືລະຫວ່າງສອງຝ່າຍ. ສຳລັບກິດຈະກໍາກໍ່ສ້າງຫໍສະພາແຫ່ງຊາດລາວ, ທ່ານນາງ ຫງວຽນທິກິມເງິນ ໃຫ້ຮູ້ວ່າ ຫວຽດນາມ ໃຫ້ຄໍາໝັ້ນສັນຍາຮັບປະກັນຄວາມຄືບໜ້າ, ຄຸນນະພາບ, ຄວາມງາມຄືດັ່ງຄວາມຫວັງຂອງການນໍາສອງຝ່າຍ.

leftcenterrightdel
ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດຫວຽດນາມ ແລະທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດລາວ ທີ່ການພົບປະ. ພາບ: ຈ໊ຽນຖັ໋ງ.
leftcenterrightdel
ບັນຍາກາດທີ່ການພົບປະ. ພາບ: ຈ໊ຽນຖັ໋ງ.

ກ່າວຄໍາເຫັນທີ່ການພົບປະ, ທ່ານ ບຸນຍັງ ວໍລະຈິດ ສະເໜີສະພາແຫ່ງຊາດຫວຽດນາມ ສືບຕໍ່ແບ່ງປັນບົດຮຽນໃນການເຄື່ອນໄຫວກັບສະພາແຫ່ງຊາດລາວ. ທ່ານ ບຸນຍັງ ວໍລະຈິດ ສະແດງຄວາມປິຕິຊົມຊື່ນຕໍ່ບັນດາຜົນງານ ເຊິ່ງພັກ, ລັດ ແລະປະຊາຊົນຫວຽດນາມ ບັນລຸໄດ້ໃນໄລຍະຜ່ານມາ.  ທ່ານ ບຸນຍັງ ວໍລະຈິດ ຢັ້ງຢືນວ່າ, ລາວ ຈະສືບຕໍ່ສຶກສາອົບຮົມຮຸ່ນຕ່າງໆກ່ຽວກັບຄວາມສາມັກຄີແບບພິເສດລະຫວ່າງສອງປະເທດ, ຮັກສາ ແລະເພີ່ມພູນຄູນສ້າງໃຫ້ສາຍພົວພັນລະຫວ່າງສອງປະເທດນັບມື້ນັບໄດ້ຮັບການພັດທະນາ. ທ່ານ ບຸນຍັງ ວໍລະຈິດ ຖືວ່າ, ການສະເຫຼີມສະຫຼອງ 70 ປີແຫ່ງວັນມູນເຊື້ອທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ຢູ່ລາວ ກໍ່ແມ່ນໂອກາດ ເພື່ອພ້ອມກັນຫວນຄືນສາຍພົວພັນໃນຕະຫຼອດ 70 ປີຜ່ານມາລະຫວ່າງສອງພັກ, ສອງລັດ, ລະຫວ່າງກອງທັບ ແລະປະຊາຊົນສອງປະເທດ, ກໍ່ຄືຢັ້ງຢືນຄືນໃໝ່ການຮ່ວມມືຮອບດ້ານລະຫວ່າງສອງປະເທດ. ເນື່ອງໃນໂອກາດນີ້, ທ່ານ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການສະໜັບສະໜູນ, ການຊ່ວຍເຫຼືອອັນລໍ້າຄ່າ, ທັນການ ເຊິ່ງຫວຽດນາມ ໄດ້ສະຫງວນໃຫ້ລາວ ນັບແຕ່ກ່ອນມາຮອດປະຈຸບັນ.

ໂດຍ: ທະນາພອນ