ກ່າວຄໍາເຫັນໄຂກອງປະຊຸມ, ທ່ານ Ilham Aliyev ປະທານາທິບໍດີ ອາແຊກໄບຢານ ຢັ້ງຢືນວ່າ,  ດ້ວຍຖານະເປັນປະທານຂະບວນການບໍ່ຮ່ວມກຸ່ມໃນ 3 ປີຕໍ່ໜ້າ, ອາແຊກໄບຢານ ຈະເຄົາລົບ ແລະຊຸກຍູ້ຄໍາໝັ້ນສັນຍາຂອງຂະບວນການສໍາລັບບັນດາຫຼັກການ Bangdung ຢ່າງແຂງແຮງ, ໂດຍສະເພາະແມ່ນເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງບັນດາປະເທດ, ແກ້ໄຂການຂັດແຍ່ງສາກົນໂດຍສັນຕິວິທີ... ທ່ານປະທານາທິບໍດີ Aliyev ກໍໃຫ້ຄໍາໝັ້ນສັນຍາວ່າຈະຊຸກຍູ້ການພົວພັນຮ່ວມມືໃນຂົງເຂດເສດຖະກິດ, ພັດທະນາລະຫວ່າງບັນດາປະເທດສະມາຊິກຂະບວນການບໍ່ຮ່ວມກຸ່ມດ້ວຍກັນ, ເພີ່ມທະວີການເຈລະຈາກັບບັນດາລະບອບຫຼາຍຝ່າຍ, ຊຸກຍູ້ຜົນປະໂຫຍດລວມຂອງບັນດາປະເທດສະມາຊິກຂະບວນການບໍ່ຮ່ວມກຸ່ມຢູ່ສະຫະປະຊາຊາດ...

leftcenterrightdel
ຕອນບ່າຍວັນທີ 25 ຕຸລາ 2019 (ຕາມເວລາທ້ອງຖິ່ນ)  ທີ່ບາກູ, ອາແຊກໄບຢານ, ທ່ານນາງ ດັ້ງທິງອັກທິ້ງ ຮອງປະທານປະເທດຫວຽດນາມ ເຂົ້າຮ່ວມ ແລະກ່າວຄໍາເຫັນທີ່ກອງປະຊຸມຂັ້ນສູງ ຄັ້ງທີ 18 ຂະບວນການບໍ່ຮ່ວມກຸ່ມ. ພາບ: ສໍານັກຂ່າວສານຫວຽດນາມ. 

ທ່ານນາງ ດັ້ງທິງອັກທິ້ງ ຮອງປະທານປະເທດ ນໍາໜ້າຄະນະຜູ້ແທນຫວຽດນາມ ໄປເຂົ້າຮ່ວມ ແລະມີບົດກ່າວປາໄສສໍາຄັນທີ່ກອງປະຊຸມ. ກ່ອນໜ້ານັ້ນ, ຕອນບ່າຍວັນທີ 24 ຕຸລາ, ທີ່ນະຄອນຫຼວງບາກູ, ອາແຊກໄບຢານ, ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ໄດ້ເປັນປະທານພິທີສະເຫຼີມສະຫຼອງ 60 ປີແຫ່ງວັນປະທານໂຮ່ຈີມິນ ໄປຢ້ຽມຢາມ ອາແຊກໄບຢານ. ເຂົ້າຮ່ວມພິທີສະເຫຼີມສະຫຼອງມີຄະນະຜູ້ແທນຫວຽດນາມ, ການນໍາກະຊວງການຕ່າງປະເທດ ແລະກະຊວງພະລັງງານອາແຊກໄບຢານ, ບັນດາຊ່ຽວຊານດ້ານນໍ້າມັນອາຍແກັດພ້ອມດ້ວຍເພື່ອນມິດ, ຊ່ຽວຊານອາແຊກໄບຢານ ທີ່ເຄີຍດໍາລົງຊີວິດ ແລະເຮັດວຽກຢູ່ຫວຽດນາມ ເຂົ້າຮ່ວມຢ່າງຫຼວງຫຼາຍ.

ໂດຍ: ໄຊຊະນະ