ພະເຈົ້າຈັກກະພັດຍີ່ປຸ່ນ Naruhito ແລະລາດຊະວົງຍີ່ປຸ່ນ ມີນໍ້າໃຈພິເສດກັບຫວຽດນາມ. ພະເຈົ້າຈັກກະພັດຍີ່ປຸ່ນ Naruhito ເຄີຍຢ້ຽມຢາມຫວຽດນາມ ແຕ່ປີ 2009 ໃນຖານະເປັນເຈົ້າຟ້າຊາຍ. ເຈົ້າຊີວິດ Akihito, ບິດາຂອງພະເຈົ້າຈັກກະພັດຍີ່ປຸ່ນ Naruhito, ແມ່ນພະເຈົ້າຈັກກະພັດອົງທຳອິດຂອງຍີ່ປຸ່ນ ມາຢ້ຽມຢາມຫວຽດນາມໃນປີ 2017 ແລະນີ້ກໍ່ແມ່ນການຢ້ຽມຢາມຕ່າງປະເທດຢ່າງເປັນທາງການຄັ້ງສຸດທ້າຍຂອງພະອົງ.

leftcenterrightdel
ຜູ້ຕາງໜ້າລັດຖະບານຍີ່ປຸ່ນ ຕ້ອນຮັບທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ຢູ່ສະໜາມບິນສາກົນ Narita, ນະຄອນຫຼວງ ໂຕກຽວ. ພາບ: ສໍານັກຂ່າວສານຫວຽດນາມ.

ເລື່ອງທ່ານ ຫງວຽນຊວນຟຸກ ເຂົ້າຮ່ວມພິທີຂຶ້ນຄອງລາດຂອງພະເຈົ້າຈັກກະພັດຍີ່ປຸ່ນ Naruhito ສະແດງໃຫ້ເຫັນວ່າ ຫວຽດນາມ ຖືເປັນສໍາຄັນການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງກວ້າງຂວາງ ຫວຽດນາມ-ຍີ່ປຸ່ນ, ເຊິ່ງລັດຖະບານ, ລາດຊະວົງຍີ່ປຸ່ນ ໄດ້ຕີລາຄາສູງ, ມີຄວາມໝາຍສຳຄັນຕໍ່ກັບການເພີ່ມທະວີ, ຊຸກຍູ້ການຮ່ວມມື, ພົບປະແລກປ່ຽນລະ ຫວ່າງສອງປະເທດ ໃນໄລຍະຈະມາເຖິງກໍ່ຄືຮັດແໜ້ນການພົວພັນອັນດີງາມລະຫວ່າງຫວຽດນາມ ແລະລາດຊະວົງຍີ່ປຸ່ນ ກວ່າອີກ.

ໂດຍ: ແສງເດືອນ