ໃນບົດກ່າວປາໄສ, ປະທານສະພາແຫ່ງຊາດ Maja Gojkovic ໄດ້ຍົກໃຫ້ເຫັນຄວາມສໍາຄັນຂອງກອງປະຊຸມສະມັດຊາໃຫຍ່ຄັ້ງນີ້ເນື່ອງໃນໂອກາດສະເຫຼີມສະຫຼອງ 130 ປີແຫ່ງວັນສ້າງຕັ້ງ IPU, ສືບຕໍ່ພາລະກໍາເປັນຂົວຕໍ່ເຈລະຈາລະຫວ່າງບັນດາສະມາຊິກລັດຖະສະພາ ແລະກັບບັນດາລັດຖະບານ, ສົມທົບກັນແກ້ໄຂບັນດາສິ່ງທ້າທາຍທົ່ວໂລກ...

leftcenterrightdel
ທ່ານນາງ ຕ່ອງທິຟ໊ອງ ຮອງປະທານຜູ້ປະຈໍາການສະພາແຫ່ງຊາດຫວຽດນາມ ເຂົ້າຮ່ວມພິທີໄຂກອງປະຊຸມສະມັດຊາໃຫຍ່ IPU-141. ພາບ: ສໍານັກຂ່າວສານຫວຽດນາມ.

ໃນສານສົ່ງເຖິງກອງປະຊຸມສະມັດຊາໃຫຍ່ທີ່ພິທີໄຂ, ທ່ານ Antonio Guterres ເລຂາທິການໃຫຍ່ສະຫະປະຊາຊາດ ຕີລາຄາສູງຫົວຂໍ້ຂອງກອງປະຊຸມສະມັດຊາໃຫຍ່, ສະແດງໃຫ້ເຫັນຄວາມສໍາຄັນຂອງບົດບາດບັນດາລັດຖະສະພາໃນການເພີ່ມທະວີກົດໝາຍສາກົນ. ຕາງໜ້າທ່ານເລຂາທິການໃຫຍ່ສະຫະປະຊາຊາດ, ທ່ານນາງ Tatiana Valovaya  ຕີລາຄາສູງບົດບາດສໍາຄັນ ແລະການຮ່ວມມືອັນດີງາມລະຫວ່າງ IPU ແລະສະຫະປະຊາຊາດ, ພ້ອມທັງຢັ້ງຢືນວ່າ ສະມາຊິກລັດຖະສະພາ ມີບົດບາດສໍາຄັນ, ສະໜັບສະໜູນລັດທິຫຼາຍຝ່າຍ, ຟື້ນຟູຄວາມໄວ້ວາງໃຈຕໍ່ການພັດທະນາຂອງລັດທິຫຼາຍຝ່າຍໂດຍສະເພາະແມ່ນສະພາບການໃນປັດຈຸບັນ, ບັນດາສິ່ງທ້າທາຍທົ່ວໂລກຮຽກຮ້ອງຕ້ອງມີຄວາມມານະພະຍາຍາມຂອງບັນດາປະເທດ...

ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ IPU-141 ແມ່ນສືບຕໍ່ປະກອບສ່ວນຍົກສູງບົດບາດ ແລະຖານະທີ່ຕັ້ງສາກົນຂອງຫວຽດນາມຜ່ານການສະແດງໃຫ້ເຫັນບົດບາດເປັນເຈົ້າການ, ຕັ້ງໜ້າໃນການແກ້ໄຂບັນດາສິ່ງທ້າທາຍຢູ່ພາກພື້ນ, ທົ່ວໂລກ; ຍາດແຍ່ງເອົາການສະໜັບສະໜູນ ແລະຄວາມສົນໃຈຂອງບັນດາປະເທດຕໍ່ບັນຫາຄວາມໝັ້ນຄົງຢູ່ພາກພື້ນທີ່ກ່ຽວຂ້ອງເຖິງບັນດາຜົນປະໂຫຍດທີ່ແທດຈິງຂອງຫວຽດນາມ.

ທ່ານນາງ ຕ່ອງທິຟ໊ອງ ຮອງປະທານຜູ້ປະຈໍາການສະພາແຫ່ງຊາດຫວຽດນາມ ຈະມີບົດກ່າວປາໄສສໍາຄັນຢູ່ກອງປະຊຸມຄົບຄະນະໃນວັນທີ 14 ຕຸລາ. ຢູ່ນອກກອງປະຊຸມສະມັດຊາໃຫຍ່ IPU-141, ທ່ານນາງຮອງປະທານຜູ້ປະຈໍາການສະພາແຫ່ງຊາດຫວຽດນາມ ກໍມີບັນດາການພົບປະສອງຝ່າຍເພື່ອແນໃສ່ເພີ່ມທະວີການຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ ກັບບັນດາຄູ່ຮ່ວມມືສະມາຊິກລັດຖະສະພາ IPU.

ໂດຍ: ໄຊຊະນະ