ກ່າວຄໍາເຫັນທີ່ພິທີສະເຫຼີມສະຫຼອງ, ຕາງໜ້າການນໍາພັກ, ລັດ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສົ່ງຄໍາຢ້ຽມຢາມຖາມຂ່າວ ແລະຍ້ອງຍໍຊົມເຊີຍຕໍ່ຄວາມມານະພະຍາຍາມ, ການປະກອບສ່ວນອັນໃຫຍ່ຫຼວງຂອງປະຊາຄົມວິສາຫະກິດ, ນັກທຸລະກິດຫວຽດນາມ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ແລະບັນດາຜູ້ແທນເຂົ້າຮ່ວມພິທີສະເຫຼີມສະຫຼອງ 15 ປີແຫ່ງວັນນັກທຸລະກິດຫວຽດນາມ. ພາບ: ກວາງຮ໋ຽວ.

ທ່ານ ຫງວຽນຊວນຟຸກ ເນັ້ນໜັກວ່າ, ໃນທິດແລ້ວນີ້, ທະນາຄານພັດທະນາອາຊີ  ໄດ້ຮັບຮູ້ວ່າ: ຫວຽດນາມ ນໍາໜ້າອາຊຽນ ແລະນອນໃນກຸ່ມນໍາໜ້າອາຊີກ່ຽວກັບການເຕີບໂຕ. ບໍ່ພຽງແຕ່ນໍາໜ້າໃນກິດຈະການສ້າງສາ ແລະພັດທະນາປະເທດຊາດ ເທົ່ານັ້ນ, ປະຊາຄົມວິສາຫະກິດ, ຖັນແຖວນັກທຸລະກິດຫວຽດນາມ ຍັງນັບມື້ນັບຢັ້ງຢືນບົດບາດຫຼັກແຫຼ່ງທີ່ໄດ້ສ້າງຊັບສິນເງິນທອງໃຫ້ແກ່ສັງຄົມ, ແກ້ໄຂວຽກເຮັດງານທໍາ ແລະປະກອບສ່ວນໃຫ້ແກ່ຄວາມວັດທະນາຖາວອນຂອງປະເທດ.

ແບ່ງປັນກ່ຽວກັບຍຸດທະສາດພັດທະນາເຖິງປີ 2030 ແລະວິໄສທັດ 2045, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່ານັ້ນແມ່ນບັນດາຈຸດເວລາສໍາຄັນສະເຫຼີມສະຫຼອງ 100 ປີແຫ່ງວັນສ້າງຕັ້ງພັກ ແລະວັນສ້າງຕັ້ງປະເທດ. ເປົ້າໝາຍຂອງພວກເຮົາ ມຸ່ງໄປເຖິງແມ່ນກາຍເປັນປະເທດພັດທະນາທີ່ມີລາຍຮັບສູງ, ມີລະບອບລະບຽບການ ແລະຄວາມສາມາດແກ່ງແຍ້ງສູງ, ນອນໃນກຸ່ມບັນດາພື້ນຖານເສດຖະກິດນໍາໜ້າພາກພື້ນອາຊຽນ ແລະອາຊີ. ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ, ພັກ ແລະລັດ ຈະສືບຕໍ່ຊຸກຍູ້ກິດຈະການປະຕິຮູບລະບອບລະບຽບການ, ກ້າວໄປເຖິງບັນດາມາດຖານແຖວໜ້າ ຢູ່ພາກພື້ນ ແລະໃນໂລກ ເພື່ອສ້າງສະພາບແວ້ດລ້ອມໃຫ້ແກ່ການພັດທະນາໄວ ແລະຍືນຍົງຂອງວິສາຫະກິດ, ນັກທຸລະກິດ.

leftcenterrightdel
ທ່ານ ຫວູຕ໊ຽນລົກ ປະທານ VCCI - ຕາງໜ້າໃຫ້ບັນດານັກທຸລະກິດ ຂຶ້ນຮັບຂອງຂວັນຈາກທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວວ່າ “ລັດຖະບານ ຈະຮ່ວມເດີນທາງ, ໜູນຊ່ວຍໃຫ້ແກ່ການທໍາມາຫາກິນຂອງປະຊາຊົນ ແລະວິສາຫະກິດ. ຜົນສໍາເລັດຂອງວິສາຫະກິດ ມີການປະກອບສ່ວນຂອງອໍານາດການປົກຄອງ ແລະວິສາຫະກິດບໍ່ປະສົບຜົນສຳເລັດນັ້ນມີຄວາມຮັບຜິດຊອບຂອງອໍານາດການປົກຄອງ. ຜົນສໍາເລັດຂອງວິສາຫະກິດ, ນັກທຸລະກິດ ແມ່ນຜົນສໍາເລັດຂອງລັດຖະບານ, ຂອງປະຊາຊົນ ແລະປະເທດ”...

ໂດຍ: ໄຊຊະນະ