ທ່ານ ການດາ ສີປະເສີດ ຕີລາຄາວ່າ ຂະແໜງພາສີຫວຽດນາມ ຈັດຕັ້ງກອງປະຊຸມ ASEM ຄັ້ງທີ 13 ມີຄວາມລອບຄອບຖີ່ຖ້ວນທີ່ສຸດ. ທ່ານ ການດາ ສີປະເສີດ ເນັ້ນໜັກວ່າ: “ກອງປະຊຸມຄັ້ງນີ້ແມ່ນເຫດການໃຫຍ່, ມີຄວາມໝາຍທີ່ສຸດເພື່ອຊ່ວຍໃຫ້ການເຊື່ອມຕໍ່ລະຫວ່າງອົງການພາສີບັນດາປະເທດສະມາຊິກ ASEM ນຳກັນ. ຂະແໜງພາສີຫວຽດນາມ ຈັດຕັ້ງກອງປະຊຸມໄດ້ຢ່າງສົມບູນທີ່ສຸດ, ພວກຂ້າພະເຈົ້າໄດ້ເຂົ້າຮ່ວມງານລ້ຽງຕອນຄໍ່າດ້ວຍບັນຍາກາດທີ່ເບີກບານມ່ວນຊື່ນ, ອົບອຸ່ນ ແລະສະໜິດສະໜົນ; ໄດ້ໄປຢ້ຽມຊົມບັນດາທັດສະນີຍະພາບທີ່ສວຍງາມຂອງຫວຽດນາມ. ຂະແໜງພາສີຫວຽດນາມ ໄດ້ມີບັນດາປະກອບສ່ວນອັນໃຫຍ່ຫຼວງຢ່າງແທ້ຈິງ, ຊ່ວຍໃຫ້ອົງການພາສີບັນດາປະເທດສະມາຊິກ ASEM ຫຍັບເຂົ້າໃກ້ກັນກວ່າ”.

leftcenterrightdel
ຄະນະຜູ້ແທນພາສີລາວ ເຂົ້າຮ່ວມກອງປະຊຸມ ASEM ຄັ້ງທີ 13. ພາບ: ຮົ່ງນູ້.

ຂະແໜງພາສີລາວ ກໍ່ຕີລາຄາສູງການຮ່ວມມືພາສີ ASEM ໃນໄລຍະ 2018-2019 ທີ່ບັນລຸໄດ້ຜົນງານລື່ນກາຍຄາດໝາຍ. ເລື່ອງຈັດຕັ້ງບັນດາການເຈລະຈາຢ່າງເປັນທາງການ ແລະບໍ່ເປັນທາງການໄດ້ຊ່ວຍໃຫ້ອົງການພາສີບັນດາປະເທດ ASEM ແລກປ່ຽນ ແລະແບ່ງປັນບັນດາບົດຮຽນຕົວຈິງໃນການແກ້ໄຂບັນດາບັນຫາໃນຂົງເຂດພາສີ.

ທ່ານ ການດາ ສີປະເສີດ ມີຄວາມປາດຖະໜາຢາກຮ່ວມມື ແລະຮໍ່າຮຽນເອົາບົດຮຽນໃນການຈັດຕັ້ງບັນດາເຫດການໃຫຍ່ຈາກຂະແໜງພາສີຫວຽດນາມ ກໍ່ຄືຮໍ່າຮຽນເອົາບົດຮຽນກ່ຽວກັບວຽກງານຄຸ້ມຄອງ, ກວດກາ, ຄວບຄຸມຄວາມສະຫງົບຊາຍແດນຂອງຂະແໜງພາສີຫວຽດນາມ.

ໂດຍ: ເກື່ອງດັ້ງ