ທີ່ການຕ້ອນຮັບ, ທ່ານ ຫງວຽນຊວນຟຸກ ຕີລາຄາສູງໝາກຜົນການເຄື່ອນໄຫວລົງທຶນຢູ່ຫວຽດນາມ ຂອງບັນດານັກລົງທຶນແມ່ນຄູ່ຮ່ວມມືຂອງກຸ່ມບໍລິສັດ VinaCapita. ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ, ຫວຽດນາມ ພວມມີລະດັບການເຕີບໂຕສູງ, ບັນດາດັດຊະນີມະຫາພາກດີທີ່ສຸດ. ຫວຽດນາມ ສືບຕໍ່ສ້າງສະພາບແວດລ້ອມລົງທຶນ, ດໍາເນີນທຸລະກິດສະດວກໃຫ້ແກ່ບັນດານັກລົງທຶນ... ທ່ານນາຍົກລັດຖະມົນຕີ ປາດຖະໜາຢາກໃຫ້ບັນດານັກລົງທຶນສືບຕໍ່ລົງທຶນເຂົ້າຕະຫຼາດຫວຽດນາມ, ຕັ້ງໜ້າລົງທຶນຢ່າງແຮງເຂົ້າໃນບັນດາຂົງເຂດ, ໂຄງການເຊິ່ງຫວຽດນາມ ພວມມີຄວາມຕ້ອງການຄືພື້ນຖານໂຄງລ່າງ, ພະລັງງານ...

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ຖ່າຍຮູບກັບບັນດາວິສາຫະກິດລົງທຶນຢູ່ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ຜູ້ຕາງໜ້າບັນດານັກລົງທຶນໄດ້ຊົມເຊີຍບັນດາຜົນງານພັດທະນາເສດຖະກິດ-ສັງຄົມເຊິ່ງຫວຽດນາມ ບັນລຸໄດ້ໃນສະພາບການເສດຖະກິດໂລກປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ມີການຜັນແປຢ່າງສັບສົນ; ສະແດງຄວາມປະທັບໃຈຍ້ອນວ່າ ຫວຽດນາມ ໄດ້ເພີ່ມລະດັບກ່ຽວກັບກຳລັງຄວາມສາມາດແກ່ງແຍ້ງໃນທົ່ວໂລກ, ຫວຽດນາມ ກໍ່ນອນໃນທອັບ ບັນດາພື້ນຖານເສດຖະກິດດຶງດູດເພື່ອການລົງທຶນ. ບັນດານັກລົງທຶນມີຄວາມເຊື່ອໝັ້ນວ່າການຮ່ວມມືນີ້ຈະສໍາເລັດຖ້າໄດ້ຮັບການສະໜັບສະໜູນຈາກລັດຖະບານຫວຽດນາມ; ສະແດງຄວາມປາດຖະໜາຢາກລົງທຶນເຂົ້າຫວຽດນາມ ຜ່ານຕະຫຼາດຫຼັກຊັບ, ໂດຍສະເພາະແມ່ນຊື້ຫຸ້ນສ່ວນຂອງວິສາຫະກິດ.

ຮັບຮູ້ຄວາມຄິດເຫັນຈາກບັນດານັກລົງທຶນ, ທ່ານ ຫງວຽນຊວນຟຸກ ຢັ້ງຢືນວ່າ, ລັດຖະບານຫວຽດນາມ ໃຫ້ຄໍາໝັ້ນສັນຍາວ່າຈະສ້າງເງື່ອນໄຂສະດວກທຸກຢ່າງໃຫ້ແກ່ບັນດານັກລົງທຶນທໍາມາຫາກິນປະສົບຜົນສໍາເລັດຢູ່ຫວຽດນາມ.

ໂດຍ: ເກື່ອງດັ້ງ