leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານ ທອງສະຫວັນ ພົມວິຫານ ເອກອັກຄະລັດຖະທູດລາວ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ການຕ້ອນຮັບ, ທ່ານ ຫງວຽນຊວນຟຸກ ຕີລາຄາສູງຄວາມມານະພະຍາຍາມຂອງທ່ານ ທອງສະຫວັນ ພົມວິຫານ ທີ່ປະຕິບັດບົດບາດເປັນຂົວຕໍ່ໄດ້ເປັນຢ່າງດີເພື່ອເພີ່ມທະວີສາຍພົວພັນສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ. ກ່ຽວກັບການຮ່ວມມືສອງປະເທດໃນໄລຍະຜ່ານມາ, ທ່ານ ຫງວຽນຊວນຟຸກ ຖືວ່າ ຍັງມີຫຼາຍບັນຫາຄວນເອົາໃຈໃສ່ຊຸກຍູ້ການຮ່ວມມື, ໃນນັ້ນມີບັນຫາການຮ່ວມມືດ້ານເສດຖະກິດ, ການເຕີບໂຕວົງເງິນການຄ້າ, ບັນດາໂຄງການຈຸດສຸມ...

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ ທອງສະຫວັນ ພົມວິຫານ ເອກອັກຄະລັດຖະທູດລາວ. ພາບ: ສໍານັກຂ່າວສານຫວຽດນາມ.

ໃຫ້ຂໍ້ສັງເກດສະພາບການພາກພື້ນ ແລະໂລກ, ໃນນັ້ນມີບັນຫາທະເລຕາເວັນອອກພວມສືບຕໍ່ຜັນແປຢ່າງສັບສົນ, ທ່ານ ຫງວຽນຊວນຟຸກ ຖືວ່າສອງປະເທດຄວນເພີ່ມທະວີຄວາມສາມັກຄີ, ສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສພາກພື້ນ ແລະສາກົນ; ພິເສດແມ່ນໃນຂອບເຂດຮ່ວມມືຂອງສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ); ສູ້ຊົນປະກອບສ່ວນຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບເພື່ອພ້ອມກັນພັດທະນາ. ພ້ອມກັນນັ້ນແມ່ນຮັກສາຫຼັກໝັ້ນ ແລະທັດສະນະລວມຂອງອາຊຽນໃນບັນດາບັນຫາທີ່ຈຳເປັນສໍາລັບພາກພື້ນ, ໃນນັ້ນມີບັນຫາທະເລຕາເວັນອອກ.

ສ່ວນທ່ານ ທອງສະຫວັນ ພົມວິຫານ ຢັ້ງຢືນວ່າ ຍາມໃດກໍ່ມານະພະຍາຍາມປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນອັນດີງາມຫວຽດນາມ-ລາວ; ລາວ-ຫວຽດນາມ ໃຫ້ສົມກັບຄວາມມຸ່ງຫວັງຂອງການນຳ ແລະປະຊາຊົນສອງປະເທດ.

ໂດຍ: ເຈິ່ນຮວ່ຽນ