leftcenterrightdel
ພິທີສ້າງຕັ້ງກຸ່ມສະມາຊິກລັດຖະສະພາມິດຕະພາບກັບຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນທີ່ພິທີ, ທ່ານ Alfredo Femat Bañuelos, ປະທານກໍາມາທິການການຕ່າງປະເທດສະພາຕ່ຳ, ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບກັບຫວຽດນາມ ໃຫ້ຮູ້ວ່າ, ກຸ່ມສະມາຊິກລັດຖະສະພາມິດຕະພາບມີໜ້າທີ່ຊຸກຍູ້ ແລະສ້າງຂອບເຂດການເຈລະຈາ, ປະກອບສ່ວນເພີ່ມທະວີສາຍພົວພັນຫຼາຍດ້ານລະຫວ່າງສອງປະເທດ. ທ່ານ Alfredo Femat Bañuelos ຕີລາຄາການພົວພັນຮ່ວມມື ແລະມິດຕະພາບລະຫວ່າງສອງປະເທດໄດ້ຮັບການພັດທະນາຢ່າງແຮງໃນທຸກຂົງເຂດ, ພິເສດແມ່ນເສດຖະກິດ-ການຄ້າ. ປະຈຸບັນ ຫວຽດນາມເປັນຄູ່ຮ່ວມມືການຄ້າໃຫຍ່ທີ 8 ຂອງ ແມັກຊີໂກ ຢູ່ພາກພື້ນອາຊີ-ປາຊີຟິກ. ວົງເງິນການຄ້າສອງສົ້ນໄດ້ເຕີບໂຕກວ່າ 20% ໃນ 10 ປີມານີ້ ແລະບັນລຸໄດ້ເກືອບ 5 ຕື້ໂດລາສະຫະລັດໃນປີ 2018.

leftcenterrightdel
ທ່ານ ຫງວຽນຮວ່າຍເຢືອງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ແມັກຊີໂກ ກ່າວຄໍາເຫັນ. ພາບ: ສໍານັກຂ່າວສານຫວຽດນາມ.

ສ່ວນທ່ານ ຫງວຽນຮວ່າຍເຢືອງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ແມັກຊີໂກ ຢັ້ງຢືນວ່າ, ເລື່ອງສ້າງຕັ້ງກຸ່ມສະມາຊິກລັດຖະສະພາມິດຕະພາບລະຫວ່າງສອງປະເທດແມ່ນຫຼັກຖານພະຍານ ແລະມີຄວາມໝາຍສໍາຄັນກ່ຽວກັບການພັດທະນາການພົວພັນອັນດີງາມສອງຝ່າຍໃນບັນດາຂົງເຂດ ແລະບັນດາຊ່ອງທາງຮ່ວມມື. ທ່ານ ຫງວຽນຮວ່າຍເຢືອງ ໃຫ້ຄໍາໝັ້ນສັນຍາວ່າ ຈະສົມທົບຢ່າງແໜ້ນແຟ້ນກັບກຸ່ມສະມາຊິກລັດຖະສະພາມິດຕະພາບ ເພື່ອປະກອບສ່ວນຊຸກຍູ້ການພົວພັນສອງຝ່າຍໃນໄລຍະຈະມາເຖິງ.

ໂດຍ: ເຈິ່ນຮວ່ຽນ