ການໂອ້ລົມສົນທະນາໄດ້ສຸມໃສ່ວິໄຈເຮັດແຈ້ງບັນດາຄຸນຄ່າ, ຄຸນນະທາດອັນສູງສົ່ງຂອງ “ທະຫານລຸງໂຮ່-ທະຫານຂອງປະຊາຊົນ” ໃນບັນດາໄລຍະທາງແຫ່ງການປະຕິວັດ. ເຮັດແຈ້ງກ່ຽວກັບທິດສະດີ ແລະພຶດຕິກຳຕົວຈິງພາລະບົດບາດ, ໜ້າທີ່ວຽກງານ ແລະການເຄື່ອນໄຫວວຽກງານຂົນຂວາຍປະຊາຊົນຂອງທະຫານໃນການເຂົ້າຮ່ວມໂຄສະນາ, ຂົນຂວາຍປະຊາຊົນ; ກໍ່ສ້າງລະບົບການເມືອງຢູ່ຮາກຖານຢ່າງໝັ້ນຄົງເຂັ້ມແຂງ; ພັດທະນາເສດຖະກິດ, ສັງຄົມ...

leftcenterrightdel
ບັນຍາກາດທີ່ການໂອ້ລົມສົນທະນາ. ພາບ: ຮວ່າງຫວູ.

ສະເໜີມາດຕະການທີ່ສອດຄ່ອງ, ຄົບຊຸດສືບຕໍ່ປ່ຽນແປງໃໝ່ເນື້ອໃນ, ຮູບການວຽກງານຂົນຂວາຍປະຊາຊົນຂອງທະຫານ, ປະຕິບັດພາລະບົດບາດກອງປະຕິບັດງານເປັນຢ່າງດີ, ປະກອບສ່ວນເສີມຂະຫຍາຍມູນເຊື້ອ, ຄຸນນະທາດອັນສູງສົ່ງຂອງ “ທະຫານລຸງໂຮ່-ທະຫານຂອງປະຊາຊົນ” ໃນສະໄໝໃໝ່.

ການໂອ້ລົມສົນທະນາແມ່ນກິດຈະກຳທີ່ແທດຈິງເພື່ອສະເຫຼີມສະຫຼອງວັນບຸນທົ່ວປວງຊົນປ້ອງກັນຊາດຄົບຮອບ 30 ປີ, ວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ຄົບຮອບ 75 ປີ, ວັນມູນເຊື້ອກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ຄົບຮອບ 75 ປີ ແລະວັນລຸງໂຮ່ ຂຽນບົດ “ຂົນຂວາຍປະຊາຊົນ”. ຜ່ານການໂອ້ລົມສົນທະນາເພື່ອສືບຕໍ່ໂຄສະນາ, ທະວີຄູນບັນດາໜູ່ຄະນະ, ບຸກຄົນເປັນແບບຢ່າງທີ່ດີເດັ່ນໃນຂະບວນການ “ຂົນຂວາຍປະຊາຊົນຢ່າງຄ່ອງແຄ້ວ”, ກໍ່ສ້າງກົມກອງຂົນຂວາຍປະຊາຊົນທີ່ດີ, ຕິດພັນກັບການປະຕິບັດຄໍາສັ່ງເລກທີ 05 ຂອງກົມການເມືອງ, ຄໍາສັ່ງເລກທີ 87 ຂອງຄະນະພັກການທະຫານສູນກາງກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນດຳລົງຊີວິດຂອງປະທານໂຮ່ຈີມິນ; ການຂົນຂວາຍ “ເສີມຂະຫຍາຍມູນເຊື້ອ, ອຸທິດຄວາມສາມາດ, ສົມເປັນທະຫານລຸງໂຮ່”.

ໂດຍ: ໄຊນີດາ