ຊາຍແດນ, ຜືນແຜ່ນດິນ ຍາມໃດກໍ່ແມ່ນບັນຫາອັນສັກກະລະບູຊາຕໍ່ກັບແຕ່ລະປະເທດ, ຊົນຊາດ. ເລື່ອງມີເສັ້ນຊາຍແດນທີ່ໄດ້ຂີດເສັ້ນ, ຂີດໝາຍຢູ່ພູມີປະເທດຕົວຈິງຢ່າງຊັດເຈນນັ້ນ, ໄດ້ຮັບຮູ້ດ້ວຍເອກະສານນິຕິກຳສາກົນເຊິ່ງຈະສ້າງເງື່ອນໄຂສະດວກໃຫ້ວຽກງານຄຸ້ມຄອງ ແລະຮັບປະກັນການປ້ອງກັນຊາດ-ປ້ອງກັນຄວາມສະຫງົບເຂດຊາຍແດນ, ປະກອບສ່ວນພັດທະນາເສດຖະກິດ-ສັງຄົມກໍ່ຄືເພີ່ມທະວີການພົບປະແລກປ່ຽນ ແລະການຮ່ວມມືມິດຕະພາບລະຫວ່າງບັນດາປະເທດບ້ານໃກ້ເຮືອນຄຽງ. ເພື່ອແນໃສ່ຮັບໃຊ້ເປົ້າໝາຍຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບເພື່ອພັດທະນາປະເທດຊາດ ແລະດ້ວຍແນວທາງພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ຮ່ວມມື ແລະພັດທະນາ, ຫວຽດນາມ ຍາມໃດກໍ່ປາດຖະໜາຢາກພ້ອມກັບບັນດາປະເທດບ້ານໃກ້ເຮືອນຄຽງກໍ່ສ້າງຊາຍແດນຮ່ວມໃຫ້ມີສັນຕິພາບ, ມິດຕະພາບ, ຮ່ວມມື ແລະພັດທະນາ.

leftcenterrightdel
ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ. ພາບ: VGP.

ໃນໄລຍະເກືອບ 4 ທົດສະວັດຜ່ານມາ, ຫວຽດນາມ ແລະກໍາປູເຈຍ ໄດ້ມານະພະຍາຍາມພ້ອມກັນແກ້ໄຂບັນຫາຊາຍແດນ, ຜັນຂະຫຍາຍວຽກງານຂີດເສັ້ນຊາຍແດນທາງບົກລະຫວ່າງສອງປະເທດ. ບັນດາຄວາມມານະພະຍາຍາມເຫຼົ່ານັ້ນໄດ້ນຳມາເຊິ່ງບັນດາຜົນງານສຳຄັນ, ຫຼ້າສຸດນີ້ແມ່ນກອງປະຊຸມສະຫຼຸບວຽກງານຂີດເສັ້ນຊາຍແດນທາງບົກໄລຍະ  2006-2019 ແລະພິທີລົງນາມໃນເອກະສານນິຕິກໍາຮັບຮູ້ຜົນສໍາເລັດຂອງວຽກງານຂີດເສັ້ນຊາຍແດນ, ຫາກໍ່ໄດ້ດຳເນີນໄປຢູ່ຮ່າໂນ້ຍ ໃນວັນທີ 5 ຕຸລາ 2019. ເນື່ອງໃນເຫດການປະຫວັດສາດສຳຄັນນີ້, ພວກເຮົາຈົ່ງພ້ອມກັນທົບທວນຄືນໄລຍະທາງປະຫວັດສາດແຫ່ງການພົວພັນຫວຽດນາມ-ກໍາປູເຈຍ ກໍຄືບັນດາຜົນງານສໍາຄັນທີ່ສອງປະເທດໄດ້ມານະພະຍາຍາມບັນລຸໄດ້ໃນການແກ້ໄຂບັນຫາຊາຍແດນທາງບົກແຫ່ງຊາດ.

ຫວຽດນາມ-ກໍາປູເຈຍ, ບ້ານໃກ້ເຮືອນຄຽງຊ່ວຍເຫຼືອເຊິ່ງກັນ ແລະກັນ

ຫວຽດນາມ ແລະກຳປູເຈຍ ແມ່ນສອງປະເທດບ້ານໃກ້ເຮືອນຄຽງທີ່ມີປະຫວັດສາດການພົວພັນສະໜິດຕິດພັນມາແຕ່ດຶກດຳບັນ. ໃນພາລະກິດຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ, ປະຊາຊົນສອງປະເທດຍາມໃດກໍ່ຄຽງບ່າຄຽງໄຫຼ່ກັນ. ພິເສດ, ປະທານໂຮ່ຈີ໊ມິນ ແລະສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາໂມນີ ມີສາຍພົວພັນທີ່ຈິງໃຈ ແລະສະໜິດສະໜົມ. 40 ປີກ່ອນ, ພ້ອມກັບການຊ່ວຍເຫຼືອຂອງທະຫານອາສາສະໝັກຫວຽດນາມ, ອຳນາດການປົກຄອງການປະຕິວັດກໍາປູເຈຍ ໄດ້ນຳພາປະຊາຊົນກໍາປູເຈຍ ໂຄ່ນລົ້ມລະບອບດັບສູນເຊື້ອຊາດປອນປົດ,  ສ້າງຕັ້ງປະເທດ ສາທາລະນະລັດ ປະຊາຊົນ ກໍາປູເຈຍ ຂຶ້ນ (ປະຈຸບັນແມ່ນລາຊະອານາຈັກກຳປູເຈຍ). ນັບແຕ່ຄາວນັ້ນເປັນຕົ້ນມາ, ສອງປະເທດໄດ້ຢັ້ງຢືຶນໃຫ້ເຫັນນ້ຳໃຈສາມັກຄີສູ້ຮົບ ແລະການຮ່ວມມືມິດຕະພາບຍາວນານກ່ຽວກັບທຸກດ້ານແມ່ນປັດໄຈຕອບສະໜອງຜົນປະໂຫຍດອັນເປັນຕາຍຂອງປະຊາຊົນສອງປະເທດ.

ໃນວິວັດການພັດທະນາສາຍພົວພັນຫວຽດນາມ-ກໍາປູເຈຍ ໃນຕະຫຼອດ 40 ປີຜ່ານມາ, ດ້ວຍຄວາມມານະພະຍາຍາມອັນໃຫຍ່ຫຼວງ ແລະບໍ່ຮູ້ອິດບໍ່ຮູ້ເມື່ອຍຂອງທັງສອງຝ່າຍ, ບັນດາບັນຫາຍ້ອນປະຫວັດສາດສ້າງໄວ້ໃຫ້ລະຫວ່າງສອງປະເທດນັ້ນໄດ້ ແລະພວມໄດ້ຮັບການແກ້ໄຂຢ່າງຕັ້ງໜ້າ, ໃນນ້ັນມີບັນຫາຊາຍແດນທາງບົກແຫ່ງຊາດ.

ຜົນງານສຳຄັນ

ຫວຽດນາມ ແລະກໍາປູເຈຍ ໄດ້ເຊັນສົນທິສັນຍາສະບັບເພີ່ມເຕີມໃນປີ 2019 ແລະອະນຸສັນຍາວ່າດ້ວຍການຂີດເສັ້ນ ແລະປັກຫຼັກໝາຍຊາຍແດນແມ່ນເຫດການສຳຄັນໃນການພົວພັນສອງປະເທດ, ແມ່ນຂີດໝາຍປະຫວັດສາດທີ່ມີຄວາມໝາຍສຳຄັນໃນວິວັດທະນາການແກ້ໄຂບັນຫາຊາຍແດນທາງບົກລະຫວ່າງສອງປະເທດພາຍຫຼັງການເຈລະຈາເປັນເວລາກວ່າ 36 ປີ. ເຫດການນີ້ຢັ້ງຢຶນໄດ້ເປົ້າໝາຍລວມຂອງສອງຝ່າຍແມ່ນກໍ່ສ້າງເສັ້ນຊາຍແດນໃຫ້ມີສັນຕິພາບ, ສະຖຽນລະພາບ, ມິດຕະພາບ, ຮ່ວມມື ແລະພັດທະນາແບບຍືນຍົງ, ບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນ, ເຄົາລົບຜົນປະໂຫຍດອັນຊອບທຳຂອງກັນ, ສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ປະກອບສ່ວນເພີ່ມທະວີສາຍພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມ ແລະຄວາມສາມັກຄີທີ່ເປັນມູນເຊື້ອ, ເພື່ອຜົນປະໂຫຍດ ແລະວັດທະນາຖາວອນຂອງປະຊາຊົນສອງປະເທດ.

ເລື່ອງຫວຽດນາມ ແລະກໍາປູເຈຍ ລົງນາມໃນເອກະສານນິຕິກຳ 2 ສະບັບຮັບຮູ້ໝາກຜົນ 84% ວຽກງານຂີດເສັ້ນ ແລະປັກຫຼັກໝາຍຊາຍແດນທາງບົກ ໄດ້ສະແດງໃຫ້ເຫັນວ່າ ຖ້າວ່າມີເຈດຕະນາດີ, ຄວາມຕັດສິນໃຈ, ຄວາມຮັບຜິດຊອບ, ຄວາມໄວ້ເນື້ອເຊື່ອໃຈ ແລະຄວາມມານະພະຍາຍາມລວມ, ບັນຫາຄວາມຫຍຸ້ງຍາກຄືຊາຍແດນທາງບົກກໍ່ເຫັນດີເປັນເອກະພາບແກ້ໄຂໄດ້ບົນພື້ນຖານຂອງກົດໝາຍສາກົນ. ຜົນງານລວມຂອງຫວຽດນາມ ແລະກໍາປູເຈຍ ກໍ່ໄດ້ປະກອບສ່ວນສຳຄັນເຂົ້າໃນການປັບປຸງ, ເພີ່ມທະວີຄວາມສາມັກຄີ ອາຊຽນ, ຍົກສູງອິດທິພົນຊື່ສຽງ ແລະຖານະບົດບາດຂອງອາຊຽນ ໃນເວທີສາກົນ.

ເພື່ອຍາດໄດ້ບັນດາຜົນງານເຫຼົ່ານັ້ນ, ພາຍໃຕ້ຄວາມເອົາໃຈໃສ່, ຊີ້ນຳຢ່າງໃກ້ຊິດຕິດແທດຂອງການນຳຂັ້ນສູງສອງປະເທດ, ຄະນະກຳມະການປະສົມກ່ຽວກັບການຂີດເສັ້ນ ແລະປັກຫຼັກໝາຍຊາຍແດນ ແລະບັນດາກຳລັງເຂົ້າຮ່ວມວຽກງານຂີດເສັ້ນ ແລະປັກຫຼັກໝາຍຊາຍແດນຂອງສອງຝ່າຍໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ສັບສົນຫຼາຍຢ່າງ, ໃນນ້ັນຕ້ອງເວົ້າເຖິງ: ການຂັດແຍ້ງກ່ຽວກັບພູມສັນຖານລະຫວ່າງແຜນທີ່ ແລະພູມີປະເທດຕົວຈິງ; ສະພາບການດຳລົງຊີວິດ; ພູມສັນຖານເຂດຊາຍແດນທຸລະກັນດານຢູ່ເຂດພູດອຍ, ດິນຟ້າອາກາດຮ້າຍແຮງ, ການຄົມມະນາຄົມໄປມາຫຍຸ້ງຍາກ... ຄຽງຂ້າງນັ້ນ, ຍັງມີບັນດາຄວາມຫຍຸ້ງຍາກຍ້ອນປະຫວັດສາດສ້າງໄວ້, ກ່ຽວກັບເລື່ອງອິດທິກຳລັງປໍລະປັກຈຳນວນໜຶ່ງນຳໃຊ້ບັນຫາຊາຍແດນເຂົ້າຈຸດປະສົງການເມືອງຢ່າງຫຍໍ້ທໍ້ນັ້ນໄດ້, ໄປຝືນກັບການພົວພັນມິດຕະພາບ, ຄວາມມຸ່ງຫວັງ ແລະຜົນປະໂຫຍດຂອງສອງຊາດ.

ພວກເຮົາກໍ່ມີຄວາມຫວັງວ່າ ຜົນສຳເລັດນີ້ຈະສ້າງກຳລັງໜູນສຳຄັນເພື່ອໃຫ້ສອງຝ່າຍສືບຕໍ່ເຈລະຈາແກ້ໄຂ 16% ປະລິມານວຽກງານຂີດເສັ້ນຊາຍແດນ ແລະປັກຫຼັກໝາຍຊາຍແດນທີ່ຍັງເຫຼືອ, ເພື່ອກ້າວໄປເຖິງການກໍ່ສ້າງສຳເລັດເສັ້ນຊາຍແດນທາງບົກຫວຽດນາມ-ກໍາປູເຈຍ ໃຫ້ມີສັນຕິພາບ, ມິດຕະພາບ, ຮ່ວມມື ແລະພັດທະນາ, ຖືກກັບທິດນຳການພົວພັນ “ບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ຮ່ວມມືຮອບດ້ານ, ໝັ້ນຄົງຍາວນານ” ລະຫວ່າງສອງປະເທດ.

ໂດຍ: ສົມເພັດ