ຄະນະໄດ້ເຮັດວຽກກັບທ່ານ Jorge Lacão ຮອງປະທານສະພາແຫ່ງຊາດປອກຕຸຍການ; ພົບປະເຈລະຈາກັບທ່ານ José Capucho ຜູ້ປະຈຳການຄະນະເລຂາພັກກອມມູນິດປອກຕຸຍການ; ພົບປະ ແລະແລກປ່ຽນກັບທ່ານ Eurico Brilhante ລັດຖະມົນຕີກະຊວງການຕ່າງປະເທດປອກຕຸຍການ.

leftcenterrightdel
ຄະນະຜູ້ແທນພັກກອມມູນິດຫວຽດນາມ ຖ່າຍຮູບທີ່ລະນຶກພ້ອມກັບການນຳພັກກອມມູນິດປອກຕຸຍການ. ພາບ: baotintuc.vn.

ທີ່ການເຮັດວຽກກັບທ່ານ Jorge Lacão ຮອງປະທານສະພາແຫ່ງຊາດປອກຕຸຍການ ແລະທ່ານ Eurico Brilhante ລັດຖະມົນຕີກະຊວງການຕ່າງປະເທດປອກຕຸຍການ, ທ່ານ ຫງວຽນວັນບິ່ງ ໄດ້ຂອບອົກຂອບໃຈປອກຕຸຍການທີ່ໄດ້ສະໜັບສະໜູນຫວຽດນາມ ອອກສະໝັກເລືອກຕັ້ງເປັນກຳມະການບໍ່ປະຈຳການສະພາ ຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020-2021 ແລະການລົງນາມໃນບັນດາສັນຍາການຄ້າເສລີ (EVFTA) ແລະສັນຍາປົກປ້ອງການລົງທຶນ (EVIPA) ລະຫວ່າງຫວຽດນາມ ແລະສະຫະພາບເອີລົບ (ອີຢູ), ພ້ອມທັງສະເໜີຝ່າຍປອກຕຸຍການ ສືບຕໍ່ສະໜັບສະໜູນເລື່ອງໃຫ້ສັດຕະຍາບັນສັນຍາສອງສະບັບນີ້ຢູ່ ສະພາແຫ່ງຊາດປອກຕຸຍການ ແລະລັດຖະສະພາເອີລົບ. ທ່ານ ຫງວຽນວັນບິ່ງ ກໍ່ໄດ້ແຈ້ງໃຫ້ຝ່າຍປອກຕຸຍການ ຮັບຊາບກ່ຽວກັບບັນດາການຜັນແປຢ່າງສັບສົນຢູ່ທະເລຕາເວັນອອກໃນໄລຍະມໍ່ໆມານີ້, ພ້ອມທັງສະເໜີໃຫ້ປອກຕຸຍການ, ແມ່ນປະເທດຮັກຫອມສັນຕິພາບ ແລະຍຸຕິທຳສະໜັບສະໜູນຫຼັກໝັ້ນຂອງຫວຽດນາມໃນບັນຫານີ້.

ສ່ວນທ່ານ Jorge Lacão ຮອງປະທານສະພາແຫ່ງຊາດປອກຕຸຍການ ແລະທ່ານ Eurico Brilhante ລັດຖະມົນຕີກະຊວງການຕ່າງປະເທດປອກຕຸຍການ ໄດ້ສະແດງຄວາມເຊື່ອໝັ້ນຕໍ່ການພັດທະນາໃນການແລກປ່ຽນການຄ້າ ແລະການລົງທຶນສອງຝ່າຍພາຍຫຼັງ EVFTA ແລະ EVIPA ໄດ້ໃຫ້ສັດຕະຍາບັນ. ໃນບັນຫາທະເລຕາເວັນອອກ ທ່ານ Jorge Lacão ຮອງປະທານສະພາແຫ່ງຊາດປອກຕຸຍການ ໄດ້ສະແດງຄວາມສົນໃຈຢ່າງເລິກເຊິ່ງກ່ຽວກັບການຮັບປະກັນການຄ້າ ແລະເຄົາລົບກົດໝາຍສາກົນຢູ່ທະເລຕາເວັນອອກ. ໃນຂະນະນັ້ນ, ທ່ານ Eurico Brilhante ລັດຖະມົນຕີກະຊວງການຕ່າງປະເທດປອກຕຸຍການ ຢືນຢັນວ່າ ການແກ້ໄຂບັນດາການຂັດແຍ່ງກັນຢູ່ທະເລຕາເວັນອອກຕ້ອງໄດ້ປະຕິບັດຜ່ານການເຈລະຈາ.

ໂດຍ: ສົມເພັດ