ກ່າວຄຳເຫັນທີ່ພິທີໄຂ, ທ່ານ ຫວູດຶກດາມ ຕີລາຄາສູງບົດບາດຂອງ CAEXPO ແລະ CABIS ໃນການຊຸກຍູ້ການຮ່ວມມືດ້ານເສດຖະກິດ-ການຄ້າ ອາຊຽນ ກັບຈີນ, ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ພ້ອມກັບອາຊຽນ ແລະບັນດາຄູ່ຮ່ວມມືຊຸກຍູ້ການກໍ່ສ້າງສະພາບແວດລ້ອມສະດວກໃຫ້ແກ່ການດຳເນີນທຸລະກິດ, ການລົງທຶນ, ການພັດທະນາແບບຍືນຍົງບົນພື້ນຖານຮັບປະກັນຜົນປະໂຫຍດອັນຊອບທຳຂອງບັນດາປະເທດ ແລະເຄົາລົບກົດໝາຍສາກົນ, ປະກອບສ່ວນເຂົ້າສັນຕິພາບ, ການຮ່ວມມື ແລະວັດທະນາຖາວອນຂອງພາກພື້ນ ແລະໂລກ.

leftcenterrightdel
ທ່ານ ຫວູດຶກດາມ ຮອງນາຍົກລັດຖະມົນຕີຫວຽດນາມ ກ່າວຄຳເຫັນທີ່ພິທີໄຂງານຕະຫຼາດນັດ. ພາບ: baochinhphu.vn.

ເນື່ອງໃນໂອກາດນີ້, ທ່ານ ຫວູດຶກດາມ ໄດ້ພົບປະເຈລະຈາກັບທ່ານ ຮັ່ນຊິນ, ກຳມະການປະຈຳກົມການເມືອງ, ຮອງນາຍົກລັດຖະມົນຕີຈີນ, ຕ້ອນຮັບທ່ານ ລູຊິນແຊເລຂາພັກເຂດກວາງຊີ.

ທີ່ບັນດາການຕ້ອນຮັບ, ທ່ານ ຫວູດຶກດາມ ເນັ້ນໜັກວ່າ, ຫວຽດນາມ ຖືເປັນສຳຄັນການພັດທະນາການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບ ແລະການຮ່ວມມືຮອບດ້ານກັບຈີນ; ສະເໜີລັດຖະບານສອງປະເທດສະໜັບສະໜູນ ແລະສ້າງເງື່ອນໄຂສະດວກໃຫ້ການເພີ່ມທະວີພົບປະແລກປ່ຽນ, ການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງບັນດາທ້ອງຖິ່ນຢູ່ເຂດຊາຍແດນ; ສະເໜີ ຈີນ ນຳໃຊ້ມາດຕະການຫຼຸດຜ່ອນການນຳເຂົ້າເກີນດຸນຂອງຫວຽດນາມ ກໍ່ຄືແກ້ໄຂບັນດາບັນຫາຍັງຄົງຄ້າງໃຫ້ສົມເຫດສົມຜົນໃນບັນດາໂຄງການທີ່ມີການເຂົ້າຮ່ວມຂອງວິສາຫະກິດຈີນ ເຊິ່ງຫາງສຽງຫວຽດນາມມີຄວາມສົນໃຈ. ທ່ານ ຫວູດຶກດາມ ຊີ້ແຈ້ງຫຼັກໝັ້ນຂອງຫວຽດນາມ ກ່ຽວກັບບັນຫາທະເລຕາເວັນອອກ, ສະເໜີຈີນ ເຄົາລົບສິດ ແລະຜົນປະໂຫຍດອັນຊອບທໍາຂອງຫວຽດນາມ, ບໍ່ມີການກະທຳເຮັດໃຫ້ສະພາບການຢູ່ທະເລຕາເວັນອອກສັບສົນຂຶ້ນຕື່ມ.

ໂດຍ: ສົມເພັດ