ທີ່ການຕ້ອນຮັບ, ທ່ານ ຟ້າມບິ່ງມິງ  ຕີລາຄາສູງບັນດາໝາກຜົນ ເຊິ່ງລັດຖະບານ ແລະປະຊາຊົນອິນເດຍ ບັນລຸໄດ້ໃນຊຸມປີມໍ່ໆມານີ້, ພິເສດແມ່ນທາງດ້ານວິທະຍາສາດ ແລະເຕັກໂນໂລຢີ; ຢ້ັງຢືນວ່າ ຫວຽດນາມ ຍາມໃດກໍ່ສະໜັບສະໜູນນະໂຍບາຍການກະທໍາມຸ່ງໄປສູ່ທິດຕາເວັນອອກຂອງອິນເດຍ. ທ່ານ ຟ້າມບິ່ງມິງ ກໍ່ສະແດງຄວາມເພິ່ງພໍໃຈຕໍ່ການພັດທະນາຢ່າງດີງາມຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດໃນໄລຍະຜ່ານມາ; ເຊື່ອໝັ້ນວ່າ, ດ້ວຍບົດຮຽນ ແລະຄວາມເຂົ້າໃຈຂອງຕົນ, ທ່ານເອກອັກຄະລັດຖະທູດ Pranay Verma ຈະສົມທົບກັນຢ່າງແໜ້ນແຟ້ນກັບບັນດາອົງການກ່ຽວຂ້ອງຂອງສອງຝ່າຍເພື່ອຊອກຫາບັນດາມາດຕະການເພີ່ມທະວີການເຊື່ອມຕໍ່, ໃນນັ້ນມີການເປີດສາຍການບິນຕື່ມອີກເພື່ອແນໃສ່ເປີດກວ້າງການແລກປ່ຽນດ້ານການຄ້າ ແລະການທ່ອງທ່ຽວລະຫວ່າງສອງປະເທດ.

leftcenterrightdel
ທ່ານ ຟ້າມບິ່ງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມຕ້ອນຮັບທ່ານເອກອັກຄະລັດຖະທູດ Pranay Verma. ພາບ: ດວ່ານກາ.

ທ່ານ Pranay Verma ສະແດງຄວາມເປັນກຽດເມື່ອໄດ້ຮັບດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດ ປະຈໍາ ຫວຽດນາມ, ເຊິ່ງແມ່ນຄູ່ຄ່ວມມືຍຸດທະສາດສໍາຄັນແຖວໜ້າໃນນະໂຍບາຍມຸ່ງໄປສູ່ທິດຕາເວັນອອກຂອງອິນເດຍ.  ທ່ານ Pranay Verma ສະແດງຄວາມຂອບໃຈ ແລະປາດຖະໜາຢາກສືບຕໍ່ໄດ້ຮັບການໜູນຊ່ວຍ, ຊ່ວຍເຫຼືອຈາກການນໍາລັດຖະບານ ພ້ອມກັບບັນດາອົງການ, ຄະນະ, ຂະແໜງການຕ່າງໆຂອງຫວຽດນາມ ໃນການປະຕິບັດໜ້າທີ່ການທູດຢູ່ຫວຽດນາມ, ພ້ອມທັງຢັ້ງຢືນວ່າຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອປະກອບສ່ວນໃຫ້ການພັດທະນາຂອງການພົວພັນຫວຽດນາມ-ອິນເດຍ ໃນໄລຍະຈະມາເຖິງ, ໂດຍສະເພາະແມ່ນໃນບັນດາຂົງເຂດສໍາຄັນ, ຄື: ການເມືອງ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ພະລັງງານ, ນໍ້າມັນອາຍແກັດ, ວັດທະນະທໍາ-ສັງຄົມ.

ໂດຍ: ທູຈາງ