leftcenterrightdel
ທ່ານ ຟ້າມບິ່ງມິນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ມອບຫຼຽນກາແຮງງານຊັ້ນ I ໃຫ້ທ່ານ ທອງສະຫວັນ ພົມວິຫານ ເອກອັກຄະລັດຖະທູດລາວ ປະຈໍາ ຫວຽດນາມ. ພາບ: baochinhphu.vn.

ທ່ານ ທອງສະຫວັນ ພົມວິຫານ ສະແດງຄວາມຂອບໃຈຢ່າງເລິກເຊິ່ງຕໍ່ການນໍາພັກ ແລະລັດຫວຽດນາມ ໄດ້ສະຫງວນໃຫ້ທ່ານຄວາມເປັນກຽດອັນໃຫຍ່ຫຼວງນີ້; ພ້ອມທັງຢັ້ງຢືນວ່າ: ພັກ, ລັດ ແລະລັດຖະບານລາວ ຍາມໃດກໍ່ຖືເປັນສໍາຄັນ ແລະມານະພະຍາຍາມເພີ່ມພູນຄູນສ້າງການພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດ ຫວຽດນາມ-ລາວ; ຂອບໃຈການຮ່ວມມື ແລະໜູນຊ່ວຍຢ່າງມີປະສິດທິຜົນຂອງຫວຽດນາມ ສະຫງວນໃຫ້ລາວ ໃນພາລະກິດປົກປັກຮັກສາ ແລະສ້າງສາປະເທດຊາດ, ພັດທະນາເສດຖະກິດ-ສັງຄົມ, ຍົກສູງຖານະບົດບາດສາກົນ. ທ່ານ ທອງສະຫວັນ ພົມວິຫານ ຢັ້ງຢືນວ່າເມື່ອກັບເມືອປະເທດລາວ, ເຖິງວ່າຈະຢູ່ໃນຖານະຕໍາແໜ່ງໃດ, ກໍ່ຈະສືບຕໍ່ປະກອບສ່ວນຕັ້ງໜ້າ, ເພີ່ມພູນຄູນສ້າງໃຫ້ການພົວພັນສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງລາວ ແລະຫວຽດນາມ.

ໂດຍ: ຈາງຫງວຽນ