ທີ່ການເຮັດວຽກ, ທ່ານ ຫງວຽນວັນບິ່ງ ຢັ້ງຢືນແຜນນະໂຍບາຍຂອງພັກກອມມູນິດຫວຽດນາມ ໃນການຮັກສາ ແລະຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງພັກ, ຕີລາຄາສູງການຊ່ວຍເຫຼືອ, ໜູນຊ່ວຍຂອງເກຼັກ ໃນການຈັດຕັ້ງສໍາເລັດການພົບປະບັນດາພັກກອມມູນິດ ແລະກຳມະກອນສາກົນ ຄັ້ງທີ 18 ຢູ່ຫວຽດນາມ ໃນເດືອນຕຸລາ ປີ 2016.

leftcenterrightdel
ທ່ານ ຫງວຽນວັນບິ່ງ ຫົວໜ້າຄະນະເສດຖະກິດສູນກາງ ແລະບັນດາສະມາຊິກໃນຄະນະຜູ້ແທນພັກກອມມູນິດຫວຽດນາມ ຢ້ຽມຢາມສໍານັກງານພັກກອມມູນິດເກຼັກ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ຫງວຽນວັນບິ່ງ ກໍ່ໄດ້ແຈ້ງໃຫ້ຄະນະຜູ້ແທນພັກກອມມູນິດເກຼັກ ຮັບຊາບກ່ຽວກັບການກະທຳຂົ່ມຂູ່ສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພທາງທະເລ, ທາງອາກາດໃນໄລຍະຜ່ານມາຢູ່ທະເລຕາເວັນອອກ, ສະເໜີພັກກອມມູນິດເກຼັກ ເສີມຂະຫຍາຍບົດບາດ ແລະອິດທິພົນຊື່ສຽງຂອງຕົນກະທົບເຖິງລັດຖະບານເກຼັກ ແລະບັນດາປະເທດເອີລົບ ສະໜັບສະໜູນຫຼັກໝັ້ນຂອງຫວຽດນາມ ໃນການແກ້ໄຂບັນດາການແກ່ງແຍ້ງດ້ວຍບັນດາມາດຕະການທາງການທູດ ແລະສັນຕິພາບ, ບໍ່ນໍາໃຊ້ກໍາລັງອາວຸດ ແລະຂົ່ມຂູ່ນໍາໃຊ້ກໍາລັງອາວຸດ, ເໝາະສົມກັບກົດໝາຍສາກົນ.

ດ້ວຍທີ່ຕັ້ງ, ຖານະບົດບາດຂອງພັກກອມມູນິດເກຼັກ ໃນສະພາແຫ່ງຊາດເກຼັກ ແລະລັດຖະສະພາເອີລົບ ກໍ່ຄືໃນບັນດາອົງການມະຫາຊົນສັງຄົມ, ທ່ານ Dimitris Koutsoupas ຢັ້ງຢືນໃຫ້ຄໍາໝັ້ນສັນຍາຊຸກຍູ້ການພົວພັນລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດຢ່າງແຮງ. ເມື່ອແລກປ່ຽນກ່ຽວກັບບັນດາບັນຫາໃນພາກພື້ນ ແລະສາກົນ, ທ່ານ Dimitris Koutsoupas ຢັ້ງຢືນຄືນການສະໜັບສະໜູນຫຼັກໝັ້ນຂອງຫວຽດນາມ ໃນການແກ້ໄຂບັນຫາທະເລຕາເວັນອອກ.

ຕາມແຜນການ, ພາຍຫຼັງການຢ້ຽມຢາມເກຼັກ, ຄະນະພັກກອມມູນິດຫວຽດນາມ ຈະສືບຕໍ່ໄປຢ້ຽມຢາມ ແລະເຮັກວຽກຢູ່ປອກຕຸຍການ, ແອັດສະປາຍ ແລະແບນຊິກ.

ໂດຍ: ຈາງຫງວຽນ