ທີ່ການຕ້ອນຮັບ, ທ່ານ ຫງວຽນຊວນຟຸກ ຢັ້ງຢືນວ່າ ພັກ, ລັດ, ລັດຖະບານຫວຽດນາມ ເອົາໃຈໃສ່ທີ່ສຸດເຖິງເລື່ອງເພີ່ມທະວີ, ເປີດກວ້າງການຮ່ວມມືກັບເພື່ອນມິດສາກົນໃນຫຼາຍຂົງເຂດ. ເລື່ອງຫວຽດນາມ ເປັນເຈົ້າພາບຈັດຕັ້ງກອງປະປະຊຸມ ASEANAPOL 39 ເປັນພະຍານຫຼັກຖານຢ່າງຈະແຈ້ງທີ່ສຸດກ່ຽວກັບເລື່ອງຫວຽດນາມ ຖືເປັນສໍາຄັນສາຍພົວພັນຮ່ວມມືກັບ ສະຫະສະມາຄົມ ASEANAPOL, ບັນດາປະເທດສະມາຊິກ ASEANAPOL ກໍ່ຄືບັນດາຄູ່ຮ່ວມມືຂອງ ASEANAPOL.

leftcenterrightdel
ທ່ານ ຫງວຽນຊວນຟຸກ, ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບບັນດາຫົວໜ້າຄະນະເຂົ້າຮ່ວມກອງປະຊຸມ ASEANAPOL 39. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ຫງວຽນຊວນຟຸກ ສະເໜີບັນດາປະເທດສະມາຊິກ ASEANAPOL ຄວນເພີ່ມທະວີການຮ່ວມມືໃນການກວດກາ,  ມ້າງທໍາລາຍບັນດາຄະດີທີ່ມີລັກສະນະຂ້າມຊາດ, ເພີ່ມທະວີການແບ່ງປັນຂໍ້ມູນຂ່າວສານ, ບົດຮຽນໃນການຕ້ານ ແລະສະກັດກັ້ນອາດຊະຍາກໍາດ້ວຍຈິດໃຈຮັບຜິດຊອບສູງ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ, ຄວາມສາມັກຄີເພື່ອອາຊຽນເອກະພາບ ແລະວັດທະນາຖາວອນ.

ຕາງໜ້າບັນດາຫົວໜ້າຄະນະ, ທ່ານພົນເອກ Muhammad Tito Karnavian, ຜູ້ບັນຊາການຕໍາຫຼວດແຫ່ງຊາດອິນໂດເນເຊຍ ສະແດງຄວາມປິຕິຊົມຊື່ນເມື່ອໄດ້ເຫັນປະຈັກຕາໝາກຜົນແຫ່ງການພັດທະນາຂອງຫວຽດນາມ, ທ່ານພົນເອກ Muhammad Tito Karnavian ຖືວ່າ, ພື້ນຖານເສດຖະກິດຫວຽດນາມ ພັດທະນາວ່ອງໄວ, ເປັນຕົ້ນແມ່ນບັນດາຜົນສໍາເລັດທາງດ້ານການຄ້າສາກົນ, ພ້ອມທັງຖືວ່າ ຫວຽດນາມ ໄດ້ຮັບຜົນສໍາເລັດຄືເຫຼົ່ານັ້ນແມ່ນຍ້ອນມີການຊີ້ນໍາ, ບໍລິຫານຢ່າງຖືກຕ້ອງຂອງລັດຖະບານຫວຽດນາມ ແລະບັນດາຜົນງານໃນວຽກງານຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມ. ຄວາມວັດທະນາຖາວອນ ແລະຄວາມໝັ້ນຄົງແມ່ນບັນດາປັດໄຈໄປຄຽງຄູ່ກັນ.

leftcenterrightdel
ທ່ານ ຫງວຽນຊວນຟຸກ, ນາຍົກລັດຖະມົນຕີຫວຽດນາມ ແລະບັນດາຫົວໜ້າຄະນະເຂົ້າຮ່ວມກອງປະຊຸມ ASEANAPOL 39. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ຫງວຽນຊວນຟຸກ ຖືວ່າ, ກໍາລັງຕໍາຫຼວດສວມບົດບາດສໍາຄັນແຖວໜ້າໃນການຮັບປະກັນຄວາມໝັ້ນຄົງ, ຊຸກຍູ້ການພັດທະນາດ້ານເສດຖະກິດ-ສັງຄົມ. ທ່ານ ຫງວຽນຊວນຟຸກ ຢັ້ງຢືນວ່າ, ລັດຖະບານ ແລະຕໍາຫຼວດຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອຮັບປະກັນສະພາບແວດລ້ອມແຫ່ງການລົງທຶນ, ດໍາເນີນທຸລະກິດພັດທະນາເປັນຢ່າງດີ, ເປັນສະມາຊິກຕັ້ງໜ້າໃນ ASEANAPOL, ປະກອບສ່ວນເຂົ້າໃນການເພີ່ມທະວີການຮ່ວມມື, ເພື່ອຄວາມໝັ້ນຄົງ, ຄວາມກ້າວໜ້າ ແລະຄວາມວັດທະນາຖາວອນລວມໃນພາກພື້ນ ແລະໃນໂລກ.

ໂດຍ: ທູຈາງ