ທີ່ການພົບປະ, ທ່ານ ຫງວຽນວັນບີ່ງ ໄດ້ຕີລາຄາສູງຕໍ່ສາຍພົວພັນລະຫວ່າງຫວຽດນາມ ແລະເກຼັກ ໃນໄລຍະຜ່ານມາ, ຜ່ານນັ້ນຢືນຢັນວ່າ ສາຍພົວພັນລະຫວ່າງສອງປະເທດ, ສອງຊາດຫວຽດນາມ ແລະເກຼັກ ມີຫຼາຍຈຸດຄ້າຍຄືກັນ, ມີມູນເຊື້ອປະຫວັດສາດ, ວັດທະນະທໍາມາແຕ່ດົນນານ; ປະຊາຊົນສອງປະເທດລ້ວນແຕ່ຮັກຫອມສັນຕິພາບ, ເຄົາລົບນັບຖືນໍ້າໃຈມິດຕະພາບ, ສັດຊື່ບໍລິສຸດ.

leftcenterrightdel
ທ່ານ Panagiotis Pikrammenos ຮອງນາຍົກລັດຖະມົນຕີເກຼັກ ມອບຂອງຂວັນທີ່ລະນຶກໃຫ້ແກ່ທ່ານ ຫງວຽນວັນບີ່ງ ຫົວໜ້າຄະນະເສດຖະກິດສູນກາງ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ຫງວຽນວັນບີ່ງ ກໍ່ໄດ້ແລກປ່ຽນກັບທ່ານ Panagiotis Pikrammenos ກ່ຽວກັບສະພາບການສັບສົນຢູ່ທະເລຕາເວັນອອກ ໃນໄລຍະມໍ່ໆມານີ້, ຜ່ານນັ້ນສະແດງຄວາມປາດຖະໜາຢາກໃຫ້ ເກຼັກ ເອົາໃຈໃສ່ເຖິງເສັ້ນທາງຂົນສົ່ງທາງທະເລສໍາຄັນນີ້; ສະເໜີໃຫ້ເກຼັກ ສະໜັບສະໜູນຫວຽດນາມ ແກ້ໄຂບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກໂດຍສັນຕິວິທີ, ປະຕິບັດກົດໝາຍສາກົນຢ່າງເຂັ້ມງວດ, ເປັນຕົ້ນແມ່ນສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982; ເດັດດ່ຽວຄັດຄ້ານການນຳໃຊ້ກຳລັງອາວຸດ ຫຼື ນາບຂູ່ນຳໃຊ້ກຳລັງອາວຸດ.

ສ່ວນທ່ານ Panagiotis Pikrammenos ຢືນຢັນວ່າ, ເກຼັກ ສະໜັບສະໜູນບັນຫາການເດີນທະເລສາກົນຢ່າງເສລີ ກໍ່ຄື ທັດສະນະ ແລະແຜນນະໂຍບາຍຂອງຫວຽດນາມ ໃນການແກ້ໄຂບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກ; ສະໜັບສະໜູນການໃຫ້ສັດຕະຍາບັນ EVFTA-IPA ແລະປະຕິບັດໃນຂອບເຂດສັນຍານີ້.

ໂດຍ: ເຈິ່ນຮວ່ຽນ