ທີ່ເວທີປາໄສ, ບັນດາຝ່າຍໄດ້ຢັ້ງຢືນການໃຫ້ຄໍາໝັ້ນສັນຍາຢ່າງແຮງ, ຕັດສິນໃຈແກ້ໄຂບັນດາສິ່ງກີດຂວາງເພື່ອຊຸກຍູ້ການຮ່ວມມືຫຼາຍດ້ານລະຫວ່າງຝ່າຍຕ່າງໆໃຫ້ເໝາະສົມກັບສາຍພົວພັນດ້ານການເມືອງ, ມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງຫວຽດນາມ ແລະບັນດາປະເທດໃນພາກພື້ນ.

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ຟ້າມບິ່ງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຖືວ່າ, ຫວຽດນາມ ພ້ອມກັບບັນດາປະເທດສືບຕໍ່ຜ່ານຜ່າບັນດາສິ່ງທ້າທາຍລວມ, ມານະພະຍາຍາມເປີດກວ້າງ ແລະເພີ່ມທະວີການພົວພັນຮ່ວມມືຫຼາຍດ້ານ,  ປະກອບສ່ວນປະຕິບັດບັນດາເປົ້າໝາຍພັດທະນາຂອງແຕ່ລະປະເທດ, ພ້ອມກັນນັ້ນປົກປ້ອງຜົນປະໂຫຍດລວມຂອງບັນດາປະເທດກໍາລັງພັດທະນາໃນປະຊາຄົມສາກົນ.

ທີ່ວາລະໄຂກອງປະຊຸມ, ທ່ານ ຫງວຽນກວັກເກື່ອງ, ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຢືນຢັນວ່າ, ຫວຽດນາມ ເປັນຄູ່ຮ່ວມມືທີ່ມີຄວາມຮັບຜິດຊອບ. ຍ້ອນເຫດນັ້ນ, ການຮ່ວມມືດ້ານເສດຖະກິດລະຫວ່າງຫວຽດນາມ ແລະພາກພື້ນຕາເວັນອອກກາງ-ອາຟະລິກາ ບໍ່ພຽງແຕ່ແມ່ນການແລກປ່ຽນການຄ້າເທົ່ານັ້ນ ຫາກສາມາດພ້ອມກັນແບ່ງປັນບົດຮຽນ, ໜູນຊ່ວຍການພັດທະນາບັນດາຂະແໜງ, ຂົງເຂດທີ່ເປັນທ່າແຮງຂອງແຕ່ລະຝ່າຍ ເພື່ອພ້ອມກັນມຸ່ງໄປເຖິງເປົ້າໝາຍຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ, ການລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ຍົກສູງລະບົບຄຸນຄ່າຂອງບັນດາຜະລິດຕະພັນ, ນໍາມາເຊິ່ງຜົນປະໂຫຍດໂດຍກົງໃຫ້ແກ່ຜູ້ຜະລິດ, ບັນດາວິສາຫະກິດ ແລະປະຊາຊົນແຕ່ລະຄົນເວົ້າລວມ.

ພະຍານຫຼັກຖານແມ່ນມີເອກະສານກວ່າ 200 ສະບັບໄດ້ຮັບການລົງນາມ, ສ້າງກອບນິຕິກໍາສະດວກໃຫ້ການພົວພັນຮ່ວມມືໃນຫຼາຍດ້ານ. ທາງດ້ານການຄ້າ, ນັບແຕ່ປີ 2010 ມາຮອດປັດຈຸບັນ, ວົງເງິນການຄ້າສອງສົ້ນລະຫວ່າງຫວຽດນາມ ແລະພາກພື້ນ ຕາເວັນອອກກາງ-ອາຟະລິກາ ເພີ່ມຂຶ້ນທົບ 3,5 ເທົ່າ, ຈາກ 5 ຕື້ໂດລາສະຫະລັດ ຂຶ້ນເຖິງ  18 ຕື້ໂດລາສະຫະລັດ.  ການລົງທຶນຕ່າງປະເທດຂອງບັນດາວິສາຫະກິດສອງຝ່າຍບັນລຸບາດກ້າວພັດທະນາໃໝ່, ດ້ວຍກວ່າ 5 ຕື້ໂດລາສະຫະລັດ; ສິ່ງທີ່ເປັນໜ້າເອົາໃຈໃສ່ແມ່ນບັນດາໂຄງການລົງທຶນໂທລະຄົມມະນາຄົມຂອງຫວຽດນາມຢູ່ບາງປະເທດອາຟະລິກາ, ໃນນັ້ນມີກຸ່ມບໍລິສັດ Viettel.

leftcenterrightdel
ທ່ານ ຟ້າມບິ່ງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຢ້ຽມຊົມຮ້ານວາງສະແດງທີ່ກອງປະຊຸມ. ພາບ: qdnd.vn.

ທ່ານ Mahmoud Hasan Nayel, ເອກອັກຄະລັດຖະທູດເອຢິບ ປະຈໍາ ຫວຽດນາມ ຢັ້ງຢືນວ່າ, ການພົບປະສັງສັນໄດ້ສະແດງໃຫ້ເຫັນຄວາມຫວັງຂອງຫວຽດນາມ ແລະບັນດາປະເທດພາກພື້ນຕາເວັນອອກກາງ-ອາຟະລິກາ ໃນການຮ່ວມມືພ້ອມກັນພັດທະນາ, ໂດຍອີງໃສ່ກໍາລັງຄວາມສາມາດ ແລະບຸລິມະສິດຂອງສອງຝ່າຍ, ຕາມທ່ານ Mahmoud Hasan Nayel ແລ້ວ, ບັນດາປະເທດຕ້ອງການພ້ອມກັນຍົກອອກມາໂຄງການດໍາເນີນງານດ້ວຍບຸລິມະສິດແມ່ນລົງນາມສັນຍາການຄ້າເສລີສະບັບຕ່າງໆໃນອາຟະລິກາ ໃຫ້ໄດ້ ເພື່ອຂຸດຄົ້ນຄວາມສາມາດບົ່ມຊ້ອນຂອງຕະຫຼາດນີ້.

ກອງປະຊຸມໄດ້ປຶກສາຫາລືກ່ຽວກັບບັນດາບັນຫາທີ່ແຕກຕ່າງກັນ ເຊິ່ງປະກອບສ່ວນກໍານົດບັນດາມາດຕະການລະອຽດເພື່ອແນໃສ່ແກ້ໄຂບັນດາຂໍ້ຄົງຄ້າງ, ຂໍ້ຈໍາກັດດັ່ງກ່າວ ແລະຫັນບັນດາທ່າໄດ້ປຽບ, ຄວາມສາມາດບົ່ມຊ້ອນ ແລະວິໄສທັດກ່ຽວກັບການຮ່ວມມື ລະຫວ່າງຫວຽດນາມ ແລະບັນດາປະເທດຕາເວັນອອກກາງ-ອາຟະລິກາ ໃຫ້ປະກົດຜົນເປັນຈິງ.

ທ່ານ ຟ້າມບິ່ງມິງ ໄດ້ຊີ້ແຈ້ງບັດດາສິ່ງທ້າທາຍ, ສິ່ງກີດຂວາງໃນການຮ່ວມມືລະຫວ່າງຫວຽດນາມ ກັບບັນດາປະເທດຕາເວັນອອກກາງ-ອາຟະລິກາ ຄື: ສອງຝ່າຍຍັງຂາດຂໍ້ມູນຂ່າວສານ ແລະຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບຕະຫຼາດ, ແບບວິທີດໍາເນີນທຸລະກິດ ແລະລະບົບກົດໝາຍຂອງກັນ, ຢູ່ຫ່າງໄກກັນ...

ອາດຢັ້ງຢືນໄດ້ວ່າ, ກອງປະຊຸມໄດ້ປະກອບສ່ວນໂຄສະນາເຜີຍແຜ່ສານທາງການທູດຢ່າງແຮງເພື່ອແນໃສ່ຮັບໃຊ້ໃຫ້ການພັດທະນາເສດຖະກິດ, ເມື່ອຢູ່ທີ່ນີ້, ປະຊາຄົມວິສາຫະກິດຂອງຝ່າຍຕ່າງໆ, ບັນດາທ້ອງຖິ່ນຂອງຫວຽດນາມ ມີກາລະໂອກາດເຊື່ອມຕໍ່ກັນໂດຍກົງ, ແນະນໍາຄວາມສາມາດບົ່ມຊ້ອນ, ທ່າແຮງໃນການຮ່ວມມື ກໍ່ຄືຊອກເຫັນຄູ່ຮ່ວມມືທີ່ຕົນເອງຕ້ອງການ, ຊຸກຍູ້ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະກັນກ່ຽວກັບບັນດາຂົງເຂດອາດສາມາດຊຸກຍູ້ຮ່ວມມືດ້ວຍການໜູນຊ່ວຍຈາກບັນດາອົງການຕາງໜ້າການທູດ.

ໂດຍ: ທູຈາງ