ທີ່ກອງປະຊຸມ, ສອງຝ່າຍໄດ້ແລກປ່ຽນ, ເຫັນດີເປັນເອກະພາບຕໍ່ທິດທາງ ແລະບັນດາມາດຕະການລະອຽດ ເພື່ອແນໃສ່ແກ້ໄຂສິ່ງຕິດຂັດ, ເພີ່ມປະສິດທິຜົນການຮ່ວມມືໃນບັນດາຂົງເຂດ. ສອງຝ່າຍເຫັນດີເປັນເອກະພາບສ້າງເງື່ອນໄຂສະດວກກວ່າອີກໃຫ້ການຮ່ວມມືເສດຖະກິດ, ການຄ້າ; ສືບຕໍ່ປັບປຸງ ແລະຍູ້ແຮງການຮ່ວມມືໃນບັນດາຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ພັດທະນາບັນດາກິດຈະກໍາຄົມມະນາຄົມຂົນສົ່ງ, ອຸດສາຫະກຳ-ບໍແຮ່-ພະລັງງານ, ກະສິກໍາ-ປ່າໄມ້-ການປະມົງ, ຖະແຫຼງຂ່າວ ແລະສື່ສານ, ສາທາລະນະສຸກ, ແຮງງານ ແລະບັນດາບັນຫາສັງຄົມ, ວັດທະນະທຳ-ກິລາ-ການທ່ອງທ່ຽວ, ສິ່ງແວດລ້ອມ...

leftcenterrightdel
ທ່ານ ຟ້າມບິ່ງມິນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ  ແລະທ່ານ  Prak Sokhonn, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ແລະການຮ່ວມມືສາກົນກຳປູເຈຍ ລົງນາມໃນບົກບັນທຶກຂອງກອງປະຊຸມ. ພາບ: ສຳນັກຂ່າວສານຫວຽດນາມ.

ສອງຝ່າຍກໍ່ເຫັນດີເປັນເອກະພາບສົມທົບກັນຢ່າງແໜ້ນແຟ້ນກັບປະເທດລາວ ເພື່ອຊຸກຍູ້ການຮ່ວມມືລະຫວ່າງ 3 ປະເທດໃນເຂດສາມຫຼ່ຽມພັດທະນາ, ຜັນຂະຫຍາຍແຜນສັງລວມກ່ຽວກັບການເຊື່ອມຕໍ່ 3 ພື້ນຖານເສດຖະກິດ ກຳປູເຈຍ-ລາວ-ຫວຽດນາມ, ເພີ່ມທະວີການດຶງດູດການໜູນຊ່ວຍດ້ານການເງິນຈາກບັນດາຄູ່ຮ່ວມມືພັດທະນາ ແລະບັນດາອົງການຈັດຕັ້ງການເງິນສາກົນ, ຮັບປະກັນການພັດທະນາແບບຍືນຍົງ. ສອງຝ່າຍກໍ່ຢັ້ງຢືນວ່າ ຈະສົມທົບກັນຢ່າງແໜ້ນແຟ້ນໃນປີ 2020 ເມື່ອ ຫວຽດນາມ ດຳລົງຕຳແໜ່ງເປັນປະທານອາຊຽນ ແລະກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020-2021 ແລະກໍາປູເຈຍ ແມ່ນປະເທດເຈົ້າພາບຈັດຕັ້ງກອງປະຊຸມເຈົ້າໜ້າທີ່ອາວຸໂສ ASEM 13.   

ສິ້ນສຸດກອງປະຊຸມ, ທ່ານ ຟ້າມບິ່ງມິງ ແລະທ່ານ Prak Sokhonn ໄດ້ລົງນາມໃນບົດບັນທຶກຂໍ້ຕົກລົງດ້ວຍບັນດາເນື້ອໃນ, ໂຄງການຮ່ວມມືລະອຽດໃນ 28 ຂົງເຂດ. ສອງຝ່າຍເຊື່ອໝັ້ນວ່າ, ບົດບັນທຶກຂໍ້ຕົກລົງຈະກຳນົດທິດໃຫ້ການຮ່ວມມືຮອບດ້ານໃນຂົງເຂດຕ່າງໆລະຫວ່າງສອງປະເທດ, ປະກອບສ່ວນນຳການພົວພັນຫວຽດນາມ-ກໍາປູເຈຍ ພັດທະນາຢ່າງບໍ່ຢຸດຢັ້ງໃນໄລຍະຈະມາເຖິງ.

ໂດຍ: ສົມເພັດ