ທີ່ການຕ້ອນຮັບ, ທ່ານນາງ ຕ່ອງທິຝ໊ອງ ຢັ້ງຢືນວ່າ: ນະໂຍບາຍການຕ່າງປະເທດຂອງຫວຽດນາມ ແມ່ນຍາມໃດກໍ່ຖືເປັນສໍາຄັນການພົວພັນກັບອາເມລິກາ; ປາດຖະໜາຢາກເພີ່ມທະວີ ແລະເຮັດໃຫ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດເລິກເຊິ່ງກວ່າອີກ, ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະວັດທະນາຖາວອນຢູ່ພາກພື້ນ ແລະໃນໂລກ.

leftcenterrightdel
ທ່ານນາງ ຕ່ອງທິຝ໊ອງ ຮອງປະທານຜູ້ປະຈໍາການສະພາແຫ່ງຊາດຫວຽດນາມ ຕ້ອນຮັບທ່ານນາງ Tammy Duckworth ສະມາຊິກສະພາສູງ. ພາບ: Quochoi.vn.

ທ່ານນາງ ຕ່ອງທິຝ໊ອງ ໃຫ້ຮູ້ວ່າ, ສະພາແຫ່ງຊາດອາເມລິກາ ມີບົດບາດສໍາຄັນທີ່ສຸດໃນການຊຸກຍູ້ການພົວພັນລະຫວ່າງສອງປະເທດ. ສະພາແຫ່ງຊາດຫວຽດນາມ ຮັບຮູ້ ແລະຂອບໃຈຕໍ່ການສະໜັບສະໜູນຢ່າງຕັ້ງໜ້າຂອງບັນດາສະມາຊິກລັດຖະສະພາອາເມລິກາ ໃນການສະໜັບສະໜູນບັນດານະໂຍບາຍຂອງລັດຖະບານ ແລະຮັບຮອງເອົາບັນດາມະຕິ ເພື່ອປະກອບສ່ວນຊຸກຍູ້ການພົວພັນຮ່ວມມືໃນທຸກຂົງເຂດ.

ທ່ານນາງ Tammy Duckworth ຕີລາຄາສູງບົດບາດຂອງຫວຽດນາມຢູ່ພາກພື້ນ ແລະໃນໂລກ, ພ້ອມທັງທ່ານນາງ Tammy Duckworth ເຊື່ອໝັ້ນວ່າ, ດ້ວຍການພັດທະນາດ້ານເສດຖະກິດຢ່າງແຮງຂອງຫວຽດນາມ ຄືໃນປະຈຸບັນທີ່ຈະເປີດອອກກາລະໂອກາດຮ່ວມມືຫຼາຍຢ່າງ, ບໍ່ພຽງກັບອາເມລິກາ ເທົ່ານັ້ນ, ຫາກຍັງກັບບັນດາຄູ່ຮ່ວມມືຢູ່ພາກພື້ນ ແລະໃນໂລກອີກດ້ວຍ. ທ່ານນາງ Tammy Duckworth ໃຫ້ຮູ້ວ່າ, ຈະສືບຕໍ່ມານະພະຍາຍາມ ເພື່ອຊຸກຍູ້ການພັດທະນາອັນດີງາມໃນການພົວພັນລະຫວ່າງສອງປະເທດ, ລະຫວ່າງອົງການສ້າງກົດໝາຍສອງປະເທດ.

ໂດຍ: ເກື່ອງດັ້ງ