ທີ່ການພົບປະຕ່າງໆ, ບັນດາການນໍາ ກາຕາ ຢັ້ງຢືນວ່າ, ກາຕາ ຍາມໃດກໍ່ຕິດຕາມການພັດທະນາຂອງຫວຽດນາມ; ສະແດງຄວາມຖືເປັນສໍາຄັນ ແລະປາດຖະໜາຢາກຊຸກຍູ້ການພົວພັນຮ່ວມມືມິດຕະພາບອັນດີງາມລະຫວ່າງສອງປະເທດ, ສອງສະພາແຫ່ງຊາດກວ່າອີກ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ.

leftcenterrightdel
ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມ ພົບປະກັບທ່ານ Mohammed Bin Abdullah Al-Sulaiti ຮອງປະທານສະພາແຫ່ງຊາດກາຕາ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານນາງ ເຈືອງທິມາຍ ຢືນຢັນວ່າ, ພັກ, ລັດ ແລະປະຊາຊົນຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນ ແລະປາດຖະໜາຢາກຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືອັນດີງາມກັບກາຕາ; ສະເໜີກາຕາ ສະໜັບສະໜູນຫວຽດນາມ ກາຍເປັນຄູ່ຮ່ວມມືເຈລະຈາຂອງສະພາການຮ່ວມມືອ່າວອາຣັບ (GCC), ສ້າງເງື່ອນໄຂໃຫ້ປະຊາຄົມຊາວຫວຽດນາມ ດໍາລົງຊີວິດ, ທໍາມາຫາກິນເປັນປົກກະຕິຢູ່ປະເທດປະຈໍາຖິ່ນ...

ສອງປະເທດເຫັນດີເປັນເອກະພາບສືບຕໍ່ຊຸກຍູ້ການພົວພັນມິດຕະພາບອັນດີງາມ; ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ; ເພີ່ມທະວີການປຶກສາຫາລືດ້ານການເມືອງ ເພື່ອແນໃສ່ແລກປ່ຽນບັນດາບັນຫາເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ປະກອບສ່ວນຊຸກຍູ້ການພົວພັນສອງປະເທດ; ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ມີປະສິດທິຜົນທີ່ບັນດາເວທີປາໄສຫຼາຍຝ່າຍສາກົນ ແລະພາກພື້ນ; ໜູນຊ່ວຍ, ເປັນຂົວເຊື່ອມຕໍ່ໃຫ້ກັນໃນການເປີດກວ້າງການພົວພັນກັບປະເທດຕ່າງໆໃນພາກພື້ນ; ຍູ້ແຮງການລົງນາມໃນການສັນຍາຍົກເວັ້ນວີຊາໃຫ້ແກ່ຜູ້ຖືປັດສະປໍການທູດ, ລັດຖະການ; ຊຸກຍູ້ການຮ່ວມມືດ້ານການຄ້າ, ການລົງທຶນ; ສະໜັບສະໜູນການຮ່ວມມືໃນຂົງເຂດນໍ້າມັນອາຍແກັສ; ຍົກຈຳນວນຜູ້ອອກແຮງງານຫວຽດນາມ ທີ່ມີສີມືແຮງງານສູງຢູ່ ກາຕາ...

ໂດຍ: ທູຈາງ