ທີ່ການຕ້ອນຮັບທ່ານ Carlos Rafael Miranda Martinez ປະທານຄະນະກຳມະການປ້ອງກັນການປະຕິວັດ ກູບາ ເນື່ອງໃນໂອກາດຄະນະມາຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ, ທ່ານນາງ ຫງວຽນທິກິມເງິນ ສະແດງຄວາມພາກພູມໃຈເມື່ອເຫັນວ່າການພົວພັນສາມັກຄີອ້າຍນ້ອງ, ການຮ່ວມມືຮອບດ້ານ ແລະຄວາມໄວ້ເນື້ອເຊື່ອໃຈເຊິິ່ງກັນ ແລະກັນລະຫວ່າງສອງພັກ, ລັດ, ສະພາແຫ່ງຊາດ, ປະຊາຊົນສອງປະເທດຫວຽດນາມ ແລະກູບາ ໃນຊຸມປີຜ່ານມາໄດ້ຮັບການປັບປຸງ ແລະພັດທະນາໃນທຸກຂົງເຂດຢ່າງບໍ່ຢຸດຢັ້ງ.

leftcenterrightdel
ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດຫວຽດນາມ ຕ້ອນຮັບທ່ານ Carlos Rafael Miranda Martinez ປະທານຄະນະກຳມະການປ້ອງກັນການປະຕິວັດກູບາ. ພາບ: ຈ້ຽນຖັ໊ງ.

ຊົມເຊີຍໝາກຜົນການພົບປະເຈລະຈາລະຫວ່າງຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ແລະຄະນະກຳມະການປ້ອງກັນການປະຕິວັດກູບາ, ທ່ານນາງ ຫງວຽນທິກິມເງິນ ເນັ້ນໜັກວ່າ, ຫວຽດນາມ ຊາບຊຶ້ງ ແລະແບ່ງປັນຢ່າງເລິກເຊິ່ງຕໍ່ກັບບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍປະຈຸບັນຂອງປະຊາຊົນກູບາ; ພ້ອມທັງໃຫ້ຮູ້ວ່າ, ເຖິງວ່າປະສົບກັບຄວາມຫຍຸ້ງຍາກກ່ຽວກັບເສດຖະກິດກໍ່ຕາມແຕ່ວ່າບັນດາຂົງເຂດວັດທະນະທຳ, ການສຶກສາ, ສາທາລະນະສຸກຂອງກູບາ ຍັງບັນລຸໄດ້ບັນດາຜົນງານສຳຄັນ.

ທ່ານນາງ ຫງວຽນທິກິມເງິນ ຢັ້ງຢືນວ່າ, ສະພາແຫ່ງຊາດຫວຽດນາມ ພ້ອມແລ້ວທີ່ຈະຈັດສົ່ງບັນດາຄະນະໄປຢ້ຽມຢາມ ແລະເຮັດວຽກຢູ່ ກູບາ ເພື່ອແລກປ່ຽນ, ທາບທາມບົດຮຽນສອງຝ່າຍ, ປະກອບສ່ວນປັບປຸງການພົວພັນສາມັກຄີ, ມິດຕະພາບຫວຽດນາມ-ກູບາ.

ໂດຍ: ສົມເພັດ