ທີ່ການພົບປະ, ທ່ານ ຟ້າມບິ່ງມິງ ເນັ້ນໜັກວ່າ, ການນໍາພັກ, ລັດຫວຽດນາມ ດີໃຈທີ່ສຸດຕໍ່ການພັດທະນາຂອງການພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມ, ນໍ້າໃຈມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ-ກໍາປູເຈຍ ໃນໄລຍະຜ່ານມາ. ທ່ານ ຟ້າມບິ່ງມິງ ຢືນຢັນວ່າ, ຫວຽດນາມ ຍາມໃດກໍ່ໜູນຊ່ວຍກໍາປູເຈຍ ໃນຫຼາຍຂົງເຂດ, ພິເສດແມ່ນການບໍາລຸງສ້າງ ແລະພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ພັດທະນາພື້ນຖານໂຄງລ່າງ, ຮັບປະກັນຊີວິດສັງຄົມ.

leftcenterrightdel
ທ່ານ ຟ້າມບິ່ງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ແລະທ່ານ Samdech Techo Hun Sen, ນາຍົກລັດຖະມົນຕີກໍາປູເຈຍ. ພາບ: baoquocte.vn.

ສ່ວນທ່ານ Samdech Techo Hun Sen ຕີລາຄາສູງຕໍ່ເລື່ອງກະຊວງການຕ່າງປະເທດ ແລະບັນດາກະຊວງ, ຂະແໜງການຂອງສອງຝ່າຍໄດ້ມານະພະຍາຍາມຮັກສາກົນໄກຄະນະກໍາມະການປະສົມຢ່າງເປັນປະຈໍາ, ປະກອບສ່ວນຊຸກຍູ້ການແລກປ່ຽນ, ຄວາມເຂົ້າໃຈເຊິ່ງກັນ ແລະກັນ, ແກ້ໄຂບັນດາຂໍ້ຕິດຂັດໃນການຮ່ວມມືສອງຝ່າຍຢ່າງທັນການ. ທ່ານ Samdech Techo Hun Sen ຕີລາຄາສູງເລື່ອງບັນດາອົງການກ່ຽວຂ້ອງຂອງສອງປະເທດໄດ້ປະຕິບັດວຽກງານຂີດເສັ້ນຊາຍແດນ ແລະປັກຫຼັກໝາຍຊາຍແດນລະຫວ່າງສອງປະເທດໄດ້ສໍາເລັດ 84% ເພື່ອໃຫ້ສາມາດລົງນາມຢ່າງເປັນທາງການໃນໄລຍະຈະມາເຖິງ.

ທ່ານ Samdech Techo Hun Sen ເນັ້ນໜັກວ່າ, ກໍາປູເຈຍ ຍາມໃດກໍ່ຖືເປັນສໍາຄັນ ແລະຕີລາຄາສູງການຮ່ວມມື ແລະການຊ່ວຍເຫຼືອ ຂອງຫວຽດນາມ, ຊົມເຊີຍບັນດາວິສາຫະກິດຫວຽດນາມ ມາລົງທຶນ, ດໍາເນີນທຸລະກິດຢູ່ກໍາປູເຈຍ; ລັດຖະບານກໍາປູເຈຍ ຍາມໃດກໍ່ມານະພະຍາຍາມສ້າງເງື່ອນໄຂສະດວກໃຫ້ການເຄື່ອນໄຫວຂອງບັນດາວິສາຫະກິດຕ່າງປະເທດ, ໃນນັ້ນມີວິສາຫະກິດຫວຽດນາມ. ກ່ຽວຂ້ອງເຖິງບັນຫາເອກະສານດ້ານນິຕິກໍາໃຫ້ຄົນເຊື້ອຊາດຫວຽດນາມ ອາໄສຢູ່ກໍາປູເຈຍ, ທ່ານ Samdech Techo Hun Sen ຢັ້ງຢືນວ່າ,  ລັດຖະບານກໍາປູເຈຍ ຍາມໃດກໍ່ປາດຖະໜາຢາກໃຫ້ປະຊາຄົມຄົນເຊື້ອຊາດຫວຽດນາມ ອາໄສຢູ່ກໍາປູເຈຍ ມີການດໍາລົງຊີວິດເປັນປົກກະຕິ, ຍາວນານ, ເປັນຂົວເຊື່ອມຕໍ່ໃຫ້ແກ່ນໍ້າໃຈມິດຕະພາບລະຫວ່າງສອງປະເທດ.

ໂດຍ: ທູຈາງ