ທີ່ການພົບປະເຈລະຈາ, ສອງຝ່າຍໄດ້ຮັບຮູ້ ແລະຕີລາຄາການປະຕິບັດຂໍ້ຕົກລົງຮ່ວມມືໃນໄລຍະຜ່ານມາທີ່ບັນລຸໄດ້ໝາກຜົນຕ່່າງໆຜ່ານການເຄື່ອນໄຫວແລກປ່ຽນຄະນະ, ສົມທົບກັນຈັດຕັ້ງກອງປະຊຸມແລກປ່ຽນບົດຮຽນກ່ຽວກັບວຽກງານສາສະໜາລະຫວ່າງບັນດາແຂວງທີ່ມີເສັ້ນຊາຍແດນຮ່ວມຫວຽດນາມ-ລາວ, ສ້າງເງື່ອນໄຂສະດວກໃຫ້ພຸດທະສາສະໜາສອງປະເທດເພີ່ມທະວີການພົບປະແລກປ່ຽນ, ຮ່ວມມືອີກດ້ວຍ.

leftcenterrightdel
ທ່ານ ຫວູຈ໊ຽນຖັງ ຫົວໜ້າຄະນະສາສະໜາລັດຖະບານ ຕ້ອນຮັບທ່ານ ຮສຈ.ປອ ສົມອົກ ກິ່ງສະດາ ຮອງປະທານສູນກາງແນວລາວສ້າງຊາດ. ພາບ: ສໍານັກຂ່າວສານຫວຽດນາມ.

ຜົນການປະຕິບັດບັນດາການເຄື່ອນໄຫວຮ່ວມມືລະຫວ່າງສອງປະເທດໄດ້ປະກອບສ່ວນຢ່າງແທດຈິງເຂົ້າໃນວຽກງານສາສະໜາຂອງແຕ່ລະປະເທດ, ສ້າງເງື່ອນໄຂສະດວກໃຫ້ສອງອົງການເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານດ້ານສາສະໜາ, ນະໂຍບາຍສາສະໜາ, ແບ່ງປັນບົດຮຽນກ່ຽວກັບວຽກງານຄຸ້ມຄອງລັດກ່ຽວກັບສາສະໜາໃນສະພາບການປະຈຸບັນ, ຜ່ານນັ້ນ, ຍົກສູງປະສິດທິຜົນວຽກງານການຄຸ້ມຄອງລັດກ່ຽວກັບສາສະໜາລະຫວ່າງຫວຽດນາມ-ລາວ; ພ້ອມທັງປະກອບສ່ວນເພີ່ມທະວີການພົວພັນມິດຕະພາບທີິ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານລະຫວ່າງສອງປະເທດຫວຽດນາມ-ລາວ, ເພີ່ມທະວີການພົວພັນທີ່ສະໜິດຕິດແໜ້ນ, ໃກ້ຊິດລະຫວ່າງສະມາຄົມພຸດທະສາສະໜາຫວຽດນາມ ແລະພຸດທະສາສະໜາລາວ.

leftcenterrightdel
ບັນຍາກາດທີ່ການພົບປະເຈລະຈາ. ພາບ: ສໍານັກຂ່າວສານຫວຽດນາມ.

ມາຮອດປະຈຸບັນ, ລັດຫວຽດນາມ ໄດ້ຮັບຮອງເອົາ 43 ອົງການຈັດຕັ້ງສັງກັດ 16 ສາສະໜາ, ອະນຸຍາດໃຫ້ສ້າງໂຮງຮຽນກໍ່ສ້າງບັນດານັກເຄື່ອນໄຫວສາສະໜາ 60 ແຫ່ງ. ພາຍຫຼັງປະຕິບັດມາເປັນເວລາໜຶ່ງປີ, ກົດໝາຍວ່າດ້ວຍການເຫຼື້ອມໃສ, ເຊື່ອຖືສາສະໜາໄດ້ຮັບການປະຕິບັດຢ່າງເຂັ້ມງວດຈາກບັນດາອົງການຈັດຕັ້ງ, ອົງການສາສະໜາ: ຈຳນວນສາສະນິກະຊົນເພີ່ມຂຶ້ນຈາກ 25,3 ລ້ານຄົນປີ 2017 ເປັນ 26,1 ລ້ານຄົນປີ 2018; ບັນດາສໍາມະນະສັກໄດ້ແຕ່ງຕັ້ງ; ຫຼາຍຮາກຖານບູຊາໄດ້ຮັບການກໍ່ສ້າງຂຶ້ນໃໝ່ ແລະບູລະນະສ້ອມແປງ.

ທ່ານ ຮສຈ, ປອ ສົມອົກ ກິ່ງສະດາ ໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການດ້ານເສດຖະກິດ, ການເມືອງ, ວັດທະນະທໍາ, ສັງຄົມຂອງປະເທດລາວ ແລະການເຄື່ອນໄຫວຕ່າງໆຂອງແນວລາວສ້າງຊາດໃນໄລຍະຜ່ານມາ. ປະຈຸບັນ, ລາວ ມີ 4 ສາສະໜາໃຫຍ່, ໃນນັ້ນພຸດທະສາສະໜາແມ່ນໃຫຍ່ທີ່ສຸດ, ຖັດຈາກນັ້ນແມ່ນສາສະໜາໂປຣແຕສຕັງ. ຜ່ານການຕີລາຄາ, ວຽກງານສາສະໜາໄດ້ຮັບການຜັນຂະຫຍາຍຢ່າງຖືກຕ້ອງຕາມຈິດໃຈຂອງການນໍາຂັ້ນສູງ.

ປະຕິບັດຂ້ໍຕົກລົງການຮ່ວມມື, ໃນໄລຍະຈະມາເຖິງ, ຄະນະສາສະໜາລັດຖະບານ ແລະຄະນະກໍາມະການສູນກາງແນວລາວສ້າງຊາດ ໄດ້ເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີບັນດາການເຄື່ອນໄຫວແລກປ່ຽນຄະນະ, ການຮ່ວມມືໃນວຽກງານກໍ່ສ້າງ, ບໍາລຸງສ້າງພະນັກງານເຮັດວຽກງານສາສະໜາ, ສະໜັບສະໜູນສະມາຄົມພຸດທະສາສະໜາສອງປະເທດໃນບັນດາການເຄື່ອນໄຫວວຽກງານພຸດທະສາສະໜາ, ປະກອບສ່ວນນັບມື້ນັບຫຼາຍ ແລະແທດຈິງເຂົ້າໃນການກໍ່ສ້າງຄວາມສາມັກຄີ, ມິດຕະພາບຫວຽດນາມ - ລາວ, ບໍ່ປະໃຫ້ບັນດາອິດທິກໍາລັງສວຍໃຊ້ບັນຫາສາສະໜາມາທຳລາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງສອງປະເທດ, ສອງຊາດຫວຽດນາມ-ລາວ.

ໂດຍ: ເກື່ອງດັ້ງ