ທີ່ການຕ້ອນຮັບ, ທ່ານນາງ ຫງວຽນທິກິມເງິນ ສະແດງຄວາມປິຕິຊົມຊື່ນເມື່ອເອກະສານຂອງປະທານສະພາແຫ່ງຊາດສອງປະເທດທີ່ໄດ້ລົງນາມໄດ້ປະຕິບັດເປັນຢ່າງດີ, ສອງຝ່າຍໄດ້ຈັດຕັ້ງຫຼາຍກິດຈະກຳຖືກຕາມເນື້ອໃນຈິດໃຈທີ່ໄດ້ເຫັນດີເປັນເອກະພາບ. ບົນພື້ນຖານນັ້ນ, ກຳມາທິການການຕ່າງປະເທດສະພາແຫ່ງຊາດສອງປະເທດສືບຕໍ່ຂຶ້ນແຜນການໃຫ້ປີ 2020 ດ້ວຍຄວາມຕັດສິນໃຈນັບມື້ນັບຍົກສູງປະສິດທິຜົນຄຸນນະພາບການຮ່ວມມື.

leftcenterrightdel
ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດຫວຽດນາມ ແລະທ່ານ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດລາວ ທີ່ການຕ້ອນຮັບ. ພາບ: ຈ໊ຽນຖັ໊ງ.

ທ່ານ ບຸນປອນ ບຸດຕະນະວົງ ໃຫ້ຮູ້ວ່າ, ສະພາແຫ່ງຊາດລາວ ຕີລາຄາສູງຕໍ່ເລື່ອງສະພາແຫ່ງຊາດຫວຽດນາມ ສົມທົບກັນຈັດຕັ້ງກອງປະຊຸມສຳມະນາຫົວເລື່ອງສະເພາະທີ່ມີເນື້ອໃນດ້ານວິຊາສະເພາະສູງ, ແທດຈິງ ແລະມີປະສິດທິຜົນ. ການຮ່ວມມືລະຫວ່າງຫ້ອງວ່າການສະພາແຫ່ງຊາດສອງປະເທດດ້ວຍບັນດາເນື້ອໃນແທດຈິງໄດ້ປະກອບສ່ວນຮັດແໜ້ນການພົວພັນສອງຝ່າຍ. ທ່ານ ບຸນປອນ ບຸດຕະນະວົງ ສະແດງຄວາມປາດຖະໜາວ່າ, ໃນໄລຍະຈະມາເຖິງ, ສະພາແຫ່ງຊາດສອງປະເທດຈະສືບຕໍ່ສົມທົບກັນ, ຮ່ວມມືກັນຈັດຕັ້ງກອງປະຊຸມສຳມະນາຫົວເລື່ອງສະເພາະເປັນຢ່າງດີ, ໃນນັ້ນມີການບຳລຸງສ້າງ, ສອນວິຊາຊີບໃຫ້ແກ່ຊາວໜຸ່ມ...

ທ່ານ ບຸນປອນ ບຸດຕະນະວົງ ໃຫ້ຮູ້ວ່າ, ລາວ ຈະສົມທົບກັບຫວຽດນາມ ຢ່າງແໜ້ນແຟ້ນ, ເມື່ອຫວຽດນາມ ດຳລົງຕຳແໜ່ງປະທານອາຊຽນປີ 2020, ປະທານ AIPA ອາຍຸການ 2019-2020 ເພື່ອຜົນປະໂຫຍດຂອງສອງປະເທດ ແລະບັນດາປະເທດສະມາຊິກ.

ໂດຍ: ສົມເພັດ