ກ່າວຄຳເຫັນທີ່ການເຈລະຈາ, ທ່ານ ຟຸ່ງກ໊ວກຫຽນ ຕີລາຄາສູງການຮ່ວມມືເສດຖະກິດລະຫວ່າງຫວຽດນາມ ແລະລາວ ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ, ກາຍເປັນພື້ນຖານຍາວນານໃນການພົວພັນຫວຽດນາມ - ລາວ. ປີ 2018, ວົງເງິນການຄ້າສອງສົ້ນບັນລຸກວ່າ 1 ຕື້ໂດລາສະຫະລັດ, ໄລຍະ 6 ເດືອນຕົ້ນປີ 2019 ບັນລຸ 575 ລ້ານໂດລາສະຫະລັດ, ເພີ່ມຂຶ້ນເກືອບ 15,6%; ການນໍາເຂົ້າຈາກປະເທດລາວບັນລຸເກືອບ 229 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 3,4% ເມື່າທຽບກັບໄລຍະດຽວກັນຂອງປີກາຍ.

leftcenterrightdel
ທ່ານ ຟຸ່ງກ໊ວກຫຽນ ຮອງປະທານສະພາແຫ່ງຊາດຫວຽດນາມ, ຫົວໜ້າຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ໄດ້ພົບປະເຈລະຈາກັບຄະນະຜູ້ແທນສະພາແຫ່ງຊາດລາວ ນຳໂດຍທ່ານ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດລາວ. ພາບ: ສຳນັກຂ່າວສານຫວຽດນາມ.

ກ່ຽວກັບການພົວພັນຮ່ວມມືລະຫວ່າງສອງສະພາແຫ່ງຊາດ, ທ່ານ ຟຸ່ງກ໊ວກຫຽນ ຕີລາຄາວ່າ, ບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນສູງມີຄວາມໝາຍສຳຄັນໃນການສືບຕໍ່ພັດທະນາການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ຫວຽດນາມ - ລາວ. ໃນໄລຍະຜ່ານມາ, ສອງສະພາແຫ່ງຊາດກໍ່ໜູນຊ່ວຍ, ສົມທົບກັນຢ່າງແໜ້ນແຟ້ນໃນການຈັດຕັ້ງບັນດາກອງປະຊຸມລະຫວ່າງລັດຖະສະພາສາກົນ ໂດຍສະພາແຫ່ງຊາດລາວ ແລະສະພາແຫ່ງຊາດຫວຽດນາມ ເປັນເຈົ້າພາບຈັດຕັ້ງເປັນຢ່າງດີ.

ທ່ານ ບຸນປອນ ບຸດຕະນະວົງ ສະແດງຄວາມຂອບອົກຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນຂອງທ່ານ ຟຸ່ງກ໊ວກຫຽນ ຮອງປະທານສະພາແຫ່ງຊາດຫວຽດນາມ ທີ່ສະຫງວນໃຫ້ຄະນະ. ທ່ານ ບູນປອນ ບຸດຕະນະວົງ ເຊື່ອໝັ້ນວ່າ, ການຢ້ຽມຢາມຄັ້ງນີ້ຈະປະກອບສ່ວນຮັດແໜ້ນສາຍພົວພັນອັນດີງາມລະຫວ່າງສອງຊາດກວ່າອີກ, ສືບຕໍ່ເສີມຂະຫຍາຍການສົມທົບກັນຢ່າງແໜ້ນແຟ້ນ, ມີປະສິດທິຜົນລະຫວ່າງສະພາແຫ່ງຊາດຫວຽດນາມ ແລະສະພາແຫ່ງຊາດລາວ.

ໂດຍ: ສົມເພັດ