ຕາງໜ້າການນໍາພັກ, ລັດ, ທ່ານນາງ ຫງວຽນທິກິມເງິນ ໄດ້ຂອບໃຈ, ຮັບຮູ້ ແລະຍ້ອງຍໍຊົມເຊີຍໝູ່ຄະນະພະນັກງານ, ພາລະກອນເຂດປູຊະນີຍະສະຖານປະທານ ໂຮ່ຈີມິນ ໄດ້ສໍາເລັດໜ້າທີ່ຮັກສາ, ປ້ອງກັນບັນດາເອກະສານ ແລະວັດຖຸພັນທີ່ຕິດພັນກັບຊີວິດຂອງລຸງໂຮ່ ໄວ້ເປັນຢ່າງດີ; ຮັບໃຊ້ປະຊາຊົນພາຍໃນປະເທດ ແລະແຂກຕ່າງປະເທດທີ່ມາຢ້ຽມຊົມຢ່າງຮອບຄອບຖີ່ຖ້ວນ. ທ່ານນາງ ຫງວຽນທິກິມເງິນ ໄດ້ອວຍພອນພະນັກງານ, ພາລະກອນ, ກໍາມະກອນເຂດປູຊະນີຍະສະຖານຍາມໃດກໍ່ມີສຸຂະພາບເຂັ້ມແຂງ, ສືບຕໍ່ມານະພະຍາຍາມສໍາເລັດທຸກໜ້າທີ່ທີ່ໄດ້ຮັບມອບໝາຍໃຫ້ເປັນຢ່າງດີ.

leftcenterrightdel
ທ່ານນາງ ຫງວຽນທິກິມເງິນ ແລະບັນດາຜູ້ແທນໄປຢ້ຽມຊົມເຂດວາງສະແດງວັດຖຸພັນຮັບໃຊ້ລຸງໂຮ່ ໃນໄລຍະເວລາທີ່ລຸງໂຮ່ ຢູ່ເຮືອນເລກທີ 67. ພາບ: ຈ໋ຽນຖັ໋ງ.
leftcenterrightdel
ທ່ານນາງ ຫງວຽນທິກິມເງິນ ໂອ້ລົມກັບພະນັກງານ, ພາລະກອນເຂດປູຊະນີຍະສະຖານປະທານ ໂຮ່ຈີມິນ. ພາບ: ຈ໋ຽນຖັ໋ງ.

ຕາງໜ້າພະນັກງານ, ພາລະກອນ, ກໍາມະກອນເຂດປູຊະນີຍະສະຖານ, ທ່ານ ຫງວຽນວັນກົງ, ຜູ້ອໍານວຍການເຂດປູຊະນີຍະສະຖານປະທານ ໂຮ່ຈີມິນ ໄດ້ຂອບໃຈຕໍ່ຄວາມເອົາໃຈໃສ່, ລະດົມກໍາລັງໃຈຂອງທ່ານນາງ ຫງວຽນທິກິມເງິນ ແລະການນໍາສະພາແຫ່ງຊາດສໍາລັບໝູ່ຄະນະພະນັກງານ, ພາລະກອນ, ກໍາມະກອນເຂດປູຊະນີຍະສະຖານ ແລະໃຫ້ຄຳໝັ້ນສັນຍາວ່າຈະສືບຕໍ່ສາມັກຄີ, ພະຍາຍາມປະຕິບັດຕາມຄໍາສັ່ງສອນຂອງລຸງໂຮ່ ແລະໜ້າທີ່ເຊິ່ງພັກ, ລັດ, ປະຊາຊົນມອບໝາຍໃຫ້ເປັນຢ່າງດີ; ຮັກສາ,  ເກັບຮັກສາ ແລະເສີມຂະຫຍາຍມູນຄ່າຂອງບັນດາເອກະສານ, ວັດຖຸພັນ, ຮ່ອງຮອຍ ເພື່ອແນະນໍາເຖິງປະຊາຊົນພາຍໃນປະເທດ, ພິເສດແມ່ນຄົນຮຸ່ນໜຸ່ມ ແລະແຂກສາກົນກ່ຽວກັບຊີວິດ, ພາລະກິດຂອງປະທານ ໂຮ່ຈີມິນ.

ໂດຍ: ທະນາພອນ