ໄຊຊະນະທີ່ໂດ່ງດັງນັ້ນໄດ້ນໍາເອົາພື້ນຖານເອກະລາດ ແລະອິດສະຫຼະພາບມາໃຫ້ປະເທດຊາດ, ການດໍາລົງຊີວິດທີ່ອີ່ມໜໍາສໍາລານ, ຄວາມຜາສຸກມາໃຫ້ປະຊາຊົນຫວຽດນາມ. ການປະຕິວັດແມ່ນປັດໄຈສໍາຄັນທີ່ສຸດເພື່ອເພີ່ມກໍາລັງແຮງໃຫ້ກອງທັບ ແລະປະຊາຊົນຫວຽດນາມ ຕໍ່ສູ້ປົກປັກຮັກສາປະເທດຊາດໄວ້ຢ່າງໝັ້ນຄົງ ແລະກໍ່ສ້າງປະເທດກ້າວຂຶ້ນສັງຄົມນິຍົມ, ມີພື້ນຖານເສດຖະກິດ, ວັດທະນະທໍາ, ວິທະຍາສາດ, ເຕັກໂນໂລຢີນັບມື້ນັບພັດທະນາ, ໃຫ້ເທົ່າທຽມກັບບັນດາປະເທດໃນພາກພື້ນ ແລະໃນໂລກ. ດໍາລົງຊີວິດພາຍໃຕ້ແອກປົກຄອງ, ກົດຂີ່ຂູດຮີດອັນໂຫດຮ້າຍປ່າເຖື່ອນທີ່ແກ່ ຍາວມາເປັນເວລາຫຼາຍຮ້ອຍປີຂອງສັດຕູ ເຮັດໃຫ້ການດໍາລົງຊີວິດຂອງປະຊາຊົນຫວຽດນາມ ຍິ່ງນັບມື້ນັບທຸກຍາກ ແລະຂາດແຄນ.

ດ້ວຍມູນເຊື້ອສາມັກຄີ ແລະຮັກຊາດ, ເຈດຈໍານົງຕໍ່ສູ້ຢ່າງພິລະອາດຫານ ແລະບໍ່ຍອມຈໍານົນ, ປະຊາຊົນທຸກຊັ້ນວັນນະ ໄດ້ລຸກຮື້ຂຶ້ນຕໍ່ສູ້ຢ່າງພິລະອາດຫານ. ບັນດາການລຸກຮື້ຂຶ້ນ ແລະຂະບວນການຕໍ່ສູ້ເກີດຂຶ້ນຢ່າງຕໍ່ເນື່ອງ, ແຕ່ກໍ່ຖືກສັດຕູປາບປາມຢ່າງນອງເລືອດ. ເຖິງວ່າເປັນແບບນັ້ນກໍ່ຕາມ, ພວກມັນຍັງບໍ່ສາມາດເຮັດໃຫ້ນໍ້າໃຈ ແລະເຈດຈໍານົງຂອງປະຊາຊົນຫວຽດນາມ ຍອມຈໍານົນໄດ້. ພັກກອມມູນິດຫວຽດນາມ ໄດ້ຮັບການກໍາເນີດຂຶ້ນ. ພາຍໃຕ້ການນໍາພາຂອງພັກ, ປະຊາຊົນທຸກຊັ້ນວັນນະ ໄດ້ລຸກຮື້ຂຶ້ນຕໍ່ສູ້ຢ່າງພິລະອາດຫານ.

leftcenterrightdel
ການໂຮມຊຸຸມນຸມມິດຕິນໃຫຍ່ປຸກລະດົມປະຊາຊົນລຸກຮື້ຂຶ້ນຕໍ່ສູ້ຍາດເອົາອໍານາດການປົກຄອງໂດຍແນວໂຮມຫວຽດມິງ ຈັດຕັ້ງຢູ່ໂຮງລະຄອນໃຫຍ່ຮ່າໂນ້ຍ ໃນວັນທີ 19 ສິງຫາ 1945. ພາບ: ເອກະສານ.

ວັນທີ 2 ກັນຍາ 1945, ຢູ່ສະໜາມຫຼວງບາດິ່ງ, ປະທານໂຮ່ຈີມິນ ໄດ້ອ່ານຖະແຫຼງການປະກາດເອກະລາດ, ປະກາດຕໍ່ໜ້າທົ່ວປວງຊົນທັງຊາດ ແລະປະຊາຊົນທົ່ວໂລກ ວ່າ: “ປະເທດຫວຽດນາມ ມີສິດໄດ້ຮັບອິດສະຫຼະພາບ ແລະເອກະລາດ, ແລະກາຍເປັນປະເທດທີ່ມີອິດສະຫຼະພາບ ເອກະລາດຢ່າງແທ້ຈິງ. ທົ່ວປວງຊົນທັງຊາດຫວຽດນາມ ຕັດສິນໃຈເດັດດ່ຽວທຸ້ມເທທັງກາຍໃຈ ແລະກໍາລັງ, ຊີວິດ ແລະຊັບສິນເພື່ອປົກປັກຮັກສາສິດອິດສະຫຼະພາບ, ເອກະລາດນັ້ນ”. ຖະແຫຼງການຂອງຊາດໄດ້ສະແດງໃຫ້ເຫັນນໍ້າໃຈຮັກຫອມສັນຕິພາບ, ການເຄົາລົບເອກະລາດ ແລະອິດສະຫຼະພາບຂອງພັກ, ລັດ ແລະປະຊາຊົນຫວຽດນາມ.

ບໍ່ໃຫ້ຫວຽດນາມ ມີສັນຕິພາບ ແລະເອກະລາດ, ປະເທດຊາດໄດ້ຮັບອິດສະຫຼະພາບ, ອີ່ມໜໍາສໍາລານ ແລະມີຄວາມຜາສຸກ, ພວກສັດຕູໄດ້ເປີດການບຸກໂຈມຕີຮຸກຮານປະເທດຫວຽດນາມ ອີກເທື່ອໜຶ່ງ. ໂດຍບໍ່ຍອມຈໍານົນຕໍ່ກົນອຸບາຍຮຸກຮານ ແລະກໍາລັງແຮງດ້ານການທະຫານຂອງສັດຕູ, ຕອບສະໜອງຄໍາຮຽກຮ້ອງຂອງປະທານໂຮ່ຈີມິນ ທີ່ວ່າ: “ບໍ່ມີສິ່ງໃດທີ່ປະເສີດລໍ້າເລີດກວ່າເອກະລາດ, ອິດສະຫຼະພາບ”, “ພວກເຮົາຍອມເສຍສະຫຼະທຸກສິ່ງທຸກຢ່າງ, ແຕ່ເດັດດຽວບໍ່ຍອມເສຍປະເທດຊາດ, ບໍ່ຍອມເປັນຂ້າທາດ”, ປະຊາຊົນທົ່ວປະເທດ ໄດ້ຕໍ່ສູ້ຢ່າງພິລະອາດຫານ, ດ້ວຍຈິດໃຈ ແລະຄວາມຕັດສິນໃຈສູງ: “ຍອມສະຫຼະຊີວິດເພື່ອໃຫ້ປະເທດຊາດດໍາລົງຄົງຢູ່”. ໂດຍໄດ້ຮັບການສະໜັບສະໜູນ ແລະຊ່ວຍເຫຼືອຂອງເພື່ອນມິດສາກົນ, ກອງທັບ ແລະປະຊາຊົນຫວຽດນາມ ໄດ້ສ້າງເປັນບັນດາໄຊຊະນະດັງກ້ອງກັງວານ, ແຕ່ບັ້ນຮົບຊາຍແດນປີ 1950 ເຖິງບັ້ນຮົບ ດ້ຽນບຽນຝູ ປີ 1954...

ປັດໄຈສໍາຄັນ, ຕັດສິນ, ສ້າງເປັນກໍາລັງແຮງເພື່ອໃຫ້ກອງທັບ ແລະປະຊາຊົນ ຫວຽດນາມ ຕີຊະນະສັດຕູທຸກໂຕ, ເຮັດໃຫ້ທຸກກົນອຸບາຍ “ຫັນປ່ຽນໂດຍສັນຕິ”, ໂຄ່ນລົ້ມຈະລາຈົນຂອງບັນດາອິດທິກໍາລັງປໍລະປັກ, ປົກປັກຮັກສາເອກະລາດ, ອະທິປະໄຕ, ເອກະພາບ, ຜືນແຜ່ນດິນອັນຄົບຖ້ວນ, ລະບອບ ແລະປະເທດຊາດໄວ້ຢ່າງໝັ້ນຄົງແມ່ນບົດບາດນໍາພາຂອງພັກ ພ້ອມດ້ວຍກໍາລັງແຮງສູ້ຮົບຂອງທົ່ວປວງຊົນ.

ໃນການກໍ່ສ້າງປະເທດຊາດກ້າວຂຶ້ນສັງຄົມນິຍົມ, ທົ່ວພັກ, ທົ່ວປວງຊົນ ແລະທົ່ວກອງທັບ ໄດ້ດໍາເນີນພາລະກິດປ່ຽນແປງໃໝ່ສໍາເລັດຜົນ. ຫວຽດນາມ ໄດ້ເສີມຂະຫຍາຍສູງສຸດກໍາລັງແຮງພາຍໃນປະເທດດ້ວຍເລື່ອງເປີດກວ້າງການພົວພັນ ແລະຮ່ວມມືສາກົນ ເພື່ອກໍ່ສ້າງ ແລະພັດທະນາປະເທດຊາດ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ. ໃນວິວັດການຍູ້ແຮງການພົວພັນ ແລະຮ່ວມມືສາກົນ, ທຸກຂັ້ນໄດ້ສົມທົບກັນຢ່າງແໜ້ນແຟ້ນລະຫວ່າງການຮ່ວມມື ແລະຕໍ່ສູ້, ຍິ່ງເຮັດໃຫ້ເພີ່ມການສະໜັບສະໜູນ, ຊ່ວຍເຫຼືອຂອງເພື່ອນມິດສາກົນ. ຄຽງຂ້າງນັ້ນ, ຫວຽດນາມ ໄດ້ມ້າງທ່າວົງປິດລ້ອມ, ຂວາໍ້ບາດຂອງຈັກກະພັດ, ສ້າງສາປະເທດຊາດ ໂດຍມີເສດຖະກິດ, ວັດທະນະທໍາ, ວິທະຍາສາດ ແລະເຕັກໂນໂລຢີທີ່ນັບມື້ນັບພັດທະນາ, ສ້າງເປັນພື້ນຖານອັນໜັກແໜ້ນເພື່ອຫັນປະເທດຫວຽດນາມ ເປັນປະເທດອຸດສາຫະກໍາ ແລະທັນສະໄໝ, ນໍາປະເທດຫວຽດນາມ ກາຍເປັນປະເທດພັດທະນາໂດຍໄວ, ມີລາຍຮັບສະເລ່ຍຕໍ່ຫົວຄົນປີຕໍ່ໄປສູງກວ່າປີຜ່ານ, ເທົ່າທຽມກັບບັນດາປະເທດຢູ່ພາກພື້ນ ແລະໃນໂລກ, ປະຕິບັດເປົ້າໝາຍຍຸດທະສາດ ເຊິ່ງພັກ ແລະລັດ ໄດ້ວາງອອກຢ່າງມີໄຊ: “ເສີມຂະຫຍາຍກໍາລັງແຮງທົ່ວປວງຊົນທັງຊາດ ແລະປະຊາທິປະໄຕສັງຄົມນິຍົມ. ຍູ້ແຮງຮອບດ້ານ, ຄົບຊຸດກິດຈະການປ່ຽນແປງໃໝ່; ພັດທະນາເສດຖະກິດໄວ, ຍືນຍົງ, ສູ້ຊົນນໍາປະເທດຫວຽດນາມ ກາຍເປັນປະເທດອຸດສາຫະກໍາຕາມທິດທັນສະໄໝໂດຍພື້ນຖານ. ຍົກສູງຊີວິດການເປັນຢູ່ທາງດ້ານວັດຖຸ ແລະຈິດໃຈຂອງປະຊາຊົນ.

ນີ້ແມ່ນບັນດາປັດໄຈສໍາຄັນທີ່ສຸດເພື່ອໃຫ້ຫວຽດນາມ ເພີ່ມທະວີກໍາລັງແຮງດ້ານປ້ອງກັນຊາດ, ຮັກສາຄວາມສະຫງົບ; ເດັດດ່ຽວ ແລະຢຶດໝັ້ນຕໍ່ສູ້ເພື່ອປົກປັກຮັກສາເອກະລາດ, ອະທິປະໄຕ, ເອກະພາບ, ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດໄວ້ຢ່າງໝັ້ນຄົງ, ປົກປ້ອງພັກ, ລັດ ແລະປະຊາຊົນໃນໄລຍະໃໝ່.

ໂດຍ: ໄຊຊະນະ