ກອງປະຊຸມໄດ້ອອກຖະແຫຼງການຮ່ວມເພື່ອແນໃສ່ເພີ່ມທະວີສາຍພົວພັນສາມັກຄີມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 3 ສະພາແຫ່ງຊາດ ແລະຊຸກຍູ້ການປະຕິບັດບັນດາໂຄງການຮ່ວມມືໃນເຂດສາມຫຼ່ຽມພັດທະນາ (CLV-DTA) ເຊິ່ງລັດຖະບານສາມປະເທດໄດ້ເຫັນດີເປັນເອກະພາບ.

leftcenterrightdel
ກອງປະຊຸມຄັ້ງທີ 7 ກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດສາມປະເທດ ກຳປູເຈຍ-ລາວ-ຫວຽດນາມ ກ່ຽວກັບເຂດສາມຫຼ່ຽມພັດທະນາ. ພາບ: quochoi.vn.

ຕາມຖະແຫຼງການຮ່ວມ, ກອງປະຊຸມໄດ້ຕີລາຄາສູງຕໍ່ບົດລາຍງານຂອງຜູ້ຕາງໜ້າຄະນະກຳມະການປະສານງານ (CLV-DTA) ຂອງສາມປະເທດ ແລະບັນດາໝາກຜົນທີ່ບັນລຸໄດ້ໃນວຽກງານຂີດເສັ້ນຊາຍແດນ, ປັກຫຼັກໝາຍຊາຍແດນ, ປັກຫຼັກໝາຍຖີ່ ແລະບູລະນະລະບົບຫຼັກໝາຍຊາຍແດນ, ສະກັດກັ້ນ ແລະຕ້ານອາດຊະຍາກຳຂ້າມຊາດ ແລະຮັບປະກັນຄວາມໝ້ັນຄົງຢູ່ເຂດຊາຍແດນລະຫວ່າງ 3 ປະເທດໃນໄລຍະຜ່ານມາ; ເຫັນດີເປັນເອກະພາບຕໍ່ບັນດາກຳນົດທິດ, ການຕົກລົງເຫັນດີ ເຊິ່ງໄດ້ຍົກອອກຢູ່ຖະແຫຼງການຮ່ວມ, ໃນນັ້ນຕີລາຄາຄວາມສຳຄັນຂອງການເພີ່ມທະວີການສົມທົບກັນລະຫວ່າງສະພາແຫ່ງຊາດ ແລະລັດຖະບານກໍ່ຄືບັນດາການເຄື່ອນໄຫວເພື່ອແນໃສ່ຊຸກຍູ້ການຮ່ວມມືລະຫວ່າງປະຊາຊົນ ແລະວິສາຫະກິດຂອງ 3 ປະເທດ.

ຖະແຫຼງການຮ່ວມກໍ່ໄດ້ເນັ້ນໜັກວ່າ, ລັດຖະບານ 3 ປະເທດຄວນຕ້ັງໜ້າຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມືກ່ຽວກັບພື້ນຖານໂຄງລ່າງການຄົມມະນາຄົມ, ສັນຍາວ່າດ້ວຍການສ້າງຄວາມສະດວກ ແລະຊຸກຍູ້ການຄ້າ CLV-DTA ພ້ອມກັບບັນດາມາຕະການເພື່ອແນໃສ່ຫັນລະບຽບການດ້ານພາສີ, ລະບຽບການອອກໃບອະນຸຍາດຂົນສົ່ງລະຫວ່າງຊາດເປັນງ່າຍດາຍ, ເພີ່ມໂຄຕ້າພາຫະນະຂົນສົ່ງ, ສ້າງຄວາມສະດວກໃຫ້ແກ່ການຂົນສົ່ງ ແລະແລກປ່ຽນສິນຄ້າລະຫວ່າງຊາດ, ກຳມາທິການການຕ່າງປະເທດສະພາແຫ່ງຊາດທັງ 3 ປະເທດ ໄດ້ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາໃນການສືບຕໍ່ປະຕິບັດບັນດາຖະແຫຼງການຮ່ວມທີ່ໄດ້ຮັບຮອງເອົາໃນບັນດາກອງປະຊຸມກ່ອນໜ້ານີ້ໃຫ້ມີປະສິດທິຜົນ; ເພີ່ມທະວີການຮ່ວມມືໃນຂົງເຂດນິຕິບັນຍັດ, ຕິດຕາມກວດກາ; ສືບຕໍ່ດຳເນີນບັນດາການເຄື່ອນໄຫວຕິດຕາມກວດກາຕໍ່ກັບບັນດາບັນຫາຂຶ້ນກັບຄວາມເອົາໃຈໃສ່ລວມຂອງ CLV-DTA.

ຖະແຫຼງການຮ່ວມກໍ່ຮຽກຮ້ອງ, ຊຸກຍູ້ບັນດາອົງການຂອງລັດຖະບານ 3 ປະເທດ ເພີ່ມທະວີການຮ່ວມມືໃນຂົງເຂດຄຸ້ມຄອງຊັບພະຍາກອນນ້ຳ, ຊັບພະຍາກອນປ່າໄມ້, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຮັບປະກັນຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ແບ່ງປັນ ແລະສະໜອງຂໍ້ມູນຂ່າວສານຂອງ 3 ປະເທດຢ່າງເປັນປະຈຳໃນໜ້າແວັບໄຊລວມຂອງ CLV-DTA ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນໄລຍະໃໝ່; ພ້ອມທັງມີບັນດາມາດຕະການຈຳເປັນຕ້ອງສະກັດກັ້ນການຄ້າຂາຍຢາເສບຕິດ ແລະເຄື່ອງປ່າຂອງດົງຂ້າມຊາຍແດນຢ່າງຜິດກົດໝາຍ

ນອກຈາກນັ້ນ, ຖະແຫຼງການຮ່ວມກໍ່ເຫັນດີເປັນເອກະພາບວ່າ, ໃນໄລຍະຈະມາເຖິງຈະເປີດກວ້າງເນື້ອໃນ ແລະພາກສ່ວນເຂົ້າຮ່ວມກອງປະຊຸມຂອງກຳມາທິການການຕ່າງປະເທດສະພາແຫ່ງຊາດ 3 ປະເທດ ກຳປູເຈຍ-ລາວ-ຫວຽດນາມ ໂດຍອີງໃສ່ເງື່ອນໄຂ, ຄວາມຕ້ອງການຂອງແຕ່ລະປະເທດ ແລະຫົວຂໍ້ຂອງແຕ່ລະກອງປະຊຸມ. ຖະແຫຼງການຮ່ວມກໍ່ເຫັນດີເປັນເອກະພາບມອບໃຫ້ກຳມາທິການການຕ່າງປະເທດ, ການຮ່ວມມືສາກົນ, ຖະແຫຼງຂ່າວ ແລະສື່ມວນຊົນຂອງສະພາແຫ່ງຊາດລາຊະອານາຈັກກຳປູເຈຍ ເປັນປະທານກອງປະຊຸມຄັ້ງທີ 8 ກຳມາທິການການຕ່າງປະເທດສະພາແຫ່ງຊາດ ກຳປູເຈຍ-ລາວ-ຫວຽດນາມ ປີ 2021 ຢູ່ກຳປູເຈຍ.

ໂດຍ: ແສງເດືອນ