ທີ່ການຕ້ອນຮັບ, ທ່ານ ຫງວຽນຊວນຟຸກ ຊີ້ແຈ້ງວ່າ, ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມືກັບ ລາວ ໃນຫຼາຍຂົງເຂດ, ໃນນັ້ນມີຂົງເຂດກວດກາ, ກວດສອບ. ທ່ານ ຫງວຽນຊວນຟຸກ ອວຍພອນບັນດາຜົນງານເຊິ່ງປະຊາຊົນລາວ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ ບັນລຸໄດ້ໃນໄລຍະຜ່ານມາ, ໃນນັ້ນມີບົດບາດຕັ້ງໜ້າ, ສຳຄັນຂອງຄະນະກວດກາສູນກາງພັກປະຊາຊົນປະຕິວັດ ລາວ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານ ບຸນທອງ ຈິດມະນີ, ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ປະທານກວດກາສູນກາງພັກ, ປະທານອົງການກວດກາລັດຖະບານລາວ. ພາບ: ສຳນັກຂ່າວສານຫວຽດນາມ.

ທ່ານ ບຸນທອງ ຈິດມະນີ ໃຫ້ຮູ້ວ່າ, ການຢ້ຽມຢາມຄັ້ງນີ້ແມ່ນແນໃສ່ຫັນບັນດາຂໍ້ຕົກລົງລະຫວ່າງສອງຄະນະກຳມະການກວດກາສູນກາງ ແລະອົງການກວດກາລັດຖະບານສອງປະເທດໃຫ້ປະກົດຜົນເປັນຈິງ. ທ່ານ ບຸນທອງ ຈິດມະນີ ຊີ້ແຈ້ງວ່າ, ສະພາບການລົງທຶນຂອງຫວຽດນາມ ຢູ່ ລາວ ມີຫຼາຍບາດກ້າວພັດທະນາອັນດີງາມ. ລັດຖະບານລາວ ຍາມໃດກໍ່ຊອກຫາທຸກມາດຕະການເພື່ອດຶງດູດ, ຊຸກຍູ້ບັນດາວິສາຫະກິດຂອງຫວຽດນາມ ມາລົງທຶນຢູ່ລາວ. ບັນດາໂຄງການຂອງຫວຽດນາມ ໄດ້ ແລະພວມປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມລາວ.

ທ່ານ ຫງວຽນຊວນຟຸກ ໃຫ້ຮູ້ວ່າ, ປີນີ້, ຫວຽດນາມ ຕັດສິນໃຈປະຕິບັດບັນດາຂໍ້ຕົກລົງເຊິ່ງກົມການເມືອງສອງປະເທດບັນລຸໄດ້ເປັນຢ່າງດີ, ໃນນັ້ນມີການຊຸກຍູ້ບັນດາໂຄງການລົງທຶນ, ການຮ່ວມມືຫວຽດນາມ - ລາວ, ໂດຍສະເພາະແມ່ນບັນດາກິດຈະການໂຄງລ່າງຄົມມະນາຄົມສຳຄັນ. ທ່ານ ຫງວຽນຊວນຟຸກ ເຫັນດີເປັນເອກະພາບວ່າ ສອງປະເທດຄວນແລກປ່ຽນຢ່າງແໜ້ນແຟ້ນໃນການຈັດຕັ້ງກອງປະຊຸມໃຫຍ່ພັກທຸກຂັ້ນເປັນຢ່າງດີ; ຕີລາຄາສູງບົດບາດຂອງຄະນະກວດກາສູນກາງພັກປະຊາຊົນ ປະຕິວັດລາວ.

ໂດຍ: ສົມເພັດ