ທີ່ການຕ້ອນຮັບ, ທ່ານ ຫງວຽນຊວນຟຸກ ຊີ້ແຈ້ງວ່າ, ການພົວພັນຄູ່ຮ່ວມມືຍຸດທະສາດທີ່ເລິກເຊິ່ງກວ້າງຂວາງລະຫວ່າງຫວຽດນາມ-ຍີ່ປຸ່ນ ພັດທະນາຢ່າງແຮງໃນຫຼາຍຂົງເຂດ, ບໍ່ພຽງແຕ່ຢູ່ຂັ້ນສູນກາງເທົ່ານັ້ນຫາກຍັງຢູ່ໃນທ້ອງຖິ່ນອີກດ້ວຍ. ທ່ານ ຫງວຽນຊວນຟຸກ ສະແດງຄວາມປິຕິຊົມຊື່ນເພາະວ່າກະຊວງແຮງງານ-ທະຫານເສຍອົງຄະ ແລະສັງຄົມຫວຽດນາມ ແລະແຂວງ Nagano ໄດ້ລົງນາມໃນຂໍ້ຕົກລົງການຮ່ວມມືກ່ຽວກັບນັກເຝິກງານ.

ທ່ານ Abe Shuichi ໃຫ້ຮູ້ວ່າແຂວງ Nagano ໄດ້ລົງນາມໃນຂໍ້ຕົກລົງການຮ່ວມມືວ່າດ້ວຍແຮງງານ, ຮັບເອົານັກເຝິກງານຫວຽດນາມ ກັບກະຊວງແຮງງານ-ທະຫານເສຍອົງຄະ ແລະສັງຄົມຫວຽດນາມ ແມ່ນບາດກ້າວໃໝ່ໃນການຮ່ວມມືສອງຝ່າຍ. ແຂວງ Nagano ປາດຖະໜາຢາກຮັບເອົານັກເຝິກງານຫວຽດນາມ ໃຫ້ຫຼາຍກວ່າອີກ; ໃຫ້ຄໍາໝັ້ນສັນຍາສ້າງເງື່ອນໄຂສະດວກໃຫ້ແກ່ນັກເຝິກງານຫວຽດນາມ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານ Abe Shuichi ເຈົ້າແຂວງ Nagano (ຍີ່ປຸ່ນ). ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ຫງວຽນຊວນຟຸກ ສະແດງຄວາມເຫັນດີເປັນເອກະພາບຕໍ່ກັບບັນດາຄໍາຄິດເຫັນຂອງທ່ານ Abe Shuichi. ທ່ານ ຫງວຽນຊວນຟຸກ ຖືວ່າໃນສະພາບການພົວພັນລະຫວ່າງສອງປະເທດທີ່ມີການພັດທະນາຢ່າງດີງາມນັ້ນ, ບັນດາຂະແໜງການ, ທ້ອງຖິ່ນສອງປະເທດກໍາລັງເພີ່ມທະວີການຮ່ວມມື, ເປີດສາຍການບິນຫຼາຍສາຍລະຫວ່າງສອງປະເທດ, ຜ່ານນັ້ນຊຸກຍູ້ການຮ່ວມມືພົບປະແລກປ່ຽນໃນຫຼາຍດ້ານ. ກ່ຽວກັບການຮ່ວມມືດ້ານກະສິກໍາ,  ທ່ານ ຫງວຽນຊວນຟຸກ ຊີ້ແຈ້ງວ່າແຂວງ Nagano ມີທ່າແຮງດ້ານກະສິກໍາເຕັກໂນໂລຢີສູງ, ສະນັ້ນ, ຫວຽດນາມ ປາດຖະໜາຢາກຮ່ວມມືຢ່າງແຮງກັບແຂວງ Nagano ໃນຂົງເຂດນີ້. ທ່ານ ຫງວຽນຊວນຟຸກ ສະເໜີໃຫ້ແຂວງ Nagano ຊຸກຍູ້ບັນດາວິສາຫະກິດຂອງແຂວງ ເຂົ້າມາລົງທຶນຢູ່ຫວຽດນາມ ຢ່າງແຮງກວ່າເກົ່າ, ປະກອບສ່ວນສໍາຄັນເພີ່ມທະວີການລົງທຶນຂອງຍີ່ປຸ່ນເຂົ້າຫວຽດນາມຢ່າງແຮງ.

ໂດຍ: ກວຽດເຕິມ