ປະຈຸບັນອາຊຽນ ໄດ້ປ່ຽນແປງດ້ານເນື້ອແທ້

ກ່າວຄໍາເຫັນທີ່ພິທີເປີດສະຫຼອງ, ທ່ານ Joko Widodo ປະທານາທິບໍດີອິນໂດເນເຊຍ ໄດ້ເນັ້ນໜັກເຖິງຄວາມໝາຍສໍາຄັນ, ສັນຍະລັກຂອງສໍານັກງານໃໝ່ຂອງຄະນະເຂລາອາຊຽນ, ເຊິ່ງສະແດງໃຫ້ເຫັນພະລັງຊີວິດ ແລະຈິດໃຈສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງ ອາຊຽນ ຕໍ່ສະພາບການໃໝ່ໃນພາກພື້ນ ແລະສາກົນ.

ທີ່ພິທີ, ຕາງໜ້າທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ, ທ່ານ ຟ້າມບິ່ງມິນ ພ້ອມກັບລັດຖະມົນຕີການຕ່າງປະເທດບັນດາປະເທດອາຊຽນ ໄດ້ຕັ້ງກ່ອງບັນດາສານອະນາຄົດທີ່ສໍານັກງານໃໝ່ຂອງຄະນະເລຂາ, ເຊິ່ງແມ່ນບ່ອນຮັກສາສານໄວ້ໃຫ້ຮຸ່ນອະນາຄົດຈາກການນໍາອາຊຽນ, ສະແດງຄວາມຫວັງ ແລະຄວາມປາດຖະໜາຂອງເຂົາເຈົ້າກ່ຽວກັບອາຊຽນ ໃນອະນາຄົດ. ສານສະບັບນີ້ຈະປະກາດໃນປີ 2042 ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງອາຊຽນ. ທ່ານ ຟ້າມບິ່ງມິນ ໄດ້ມອບພາບສີຂັດມັນ “ໄມ້ໄຜ່ຄໍາຫວຽດນາມ” ຂອງນັກແຕ້ມ ບຸ່ຍຮືວຮູ່ງ ໃຫ້ສຳນັກງານໃໝ່ດ້ວຍຄວາມໝາຍແມ່ນການປະກອບຈຸດວັດທະນະທໍາຫວຽດນາມ ເຈືອປົນໄປພ້ອມກັບປະຊາຄົມອາຊຽນ “ເອກະສັນໃນຄວາມເປັນຫຼາຍຮູບຫຼາຍແບບ”.

ຮ່ວມມືອາຊຽນ ແມ່ນໜຶ່ງໃນບັນດາບູລິມະສິດການພົວພັນຕ່າງປະເທດແຖວໜ້າຂອງຫວຽດນາມ

ໃນວັນດຽວກັນ, ຢູ່ຮ່າໂນ້ຍ, ເນື່ອງໃນໂອກາດສະເຫຼີມສະຫຼອງ 52 ປີແຫ່ງວັນສ້າງຕັ້ງອາຊຽນ, ໂດຍໄດ້ຮັບການຕົກລົງເຫັນດີຂອງທ່ານນາຍົກລັດຖະມົນຕີ, ກະຊວງການຕ່າງປະເທດຫວຽດນາມ ໄດ້ຈັດຕັ້ງພິທີຊັກທຸງອາຊຽນ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມພິທີສະເຫຼີມສະຫຼອງ 52 ປີແຫ່ງວັນສ້າງຕັ້ງອາຊຽນ ແລະພິທີເປີດສະຫຼອງສໍານັກງານໃໝ່ຄະນະເລຂາອາຊຽນ. ພາບຈາກກະຊວງການຕ່າງປະເທດຫວຽດນາມ ສະໜອງ.

ກ່າວຄໍາເຫັນທີ່ພິທີຊັກທຸງ, ທ່ານ ຫງວຽນກວກຢູ້ງ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ເນັ້ນໜັກວ່າ, ພາຍຫຼັງການພັດທະນາມາເປັນເວລາຫຼາຍກວ່າເຄິ່ງສະຕະວັດ, ມີການປະເຊີນໜ້າກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະການ, ແຕ່ກັບວິທີການສຳຜັດທີ່ເທົ່າທຽມກັນ, ວິທີການທີ່ເປັນເອກະລັກສະເພາະ ແລະພິເສດແມ່ນນໍ້າໃຈສາມັກຄີ, ສະໜິດຕິດພັນກັນນັ້ນ, ອາຊຽນ ໄດ້ບືນຕົວຂຶ້ນກາຍເປັນປະຊາຄົມໜຶ່ງທີ່ມີຄວາມເຂັ້ມແຂງດ້ວຍ 10 ປະເທດອາຊີຕາເວັນອອກສ່ຽງໃຕ້. ປະຊາຄົມນີ້ກໍາລັງພັດທະນາຢ່າງຮອບດ້ານ, ຍືນຍົງ, ບັນດາສະມາຊິກນັບມື້ນັບສະໜິດຕິດພັນ, ພ້ອມກັນຮັບມືກັບບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍຂອງຍຸກສະໄໝຢ່າງມີປະສິດທິຜົນ. ອາຊຽນ ໄດ້ ແລະກໍາລັງມີບົດບາດສໍາຄັນຕໍ່ສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະພັດທະນາໃນພາກພື້ນ; ມີການພົວພັນເປີດກວ້າງກັບບັນດາຄູ່ຮ່ວມມື, ພິເສດແມ່ນບັນດາປະເທດໃຫຍ່ໃນໂລກ; ນໍາມາບັນດາຜົນປະໂຫຍດສໍາຄັນ ແລະແທດຈິງໃຫ້ແຕ່ລະປະເທດສະມາຊິກ.

ທ່ານ ຫງວຽນກວກຢູ້ງ ຢັ້ງຢືນວ່າການຮ່ວມມືກັບອາຊຽນ ແມ່ນໜຶ່ງໃນບັນດາບູລິມະສິດແຖວໜ້າໃນນະໂຍບາຍດ້ານການພົວພັນຕ່າງປະເທດຂອງຫວຽດນາມ. ໃນໄລຍະຈະມາເຖິງ, ເປັນຕົ້ນແມ່ນປີ 2020, ເມື່ອດຳລົງຕຳແໜ່ງເປັນປະທານອາຊຽນ, ຫວຽດນາມ ຢາກສືບຕໍ່ໄດ້ຮັບການສະໜັບສະໜູນ ແລະຮ່ວມແຮງຮ່ວມໃຈຂອງບັນດາປະເທດສະມາຊິກອາຊຽນ ກໍ່ຄືບັນດາຄູ່ຮ່ວມມື, ເພື່ອນມິດໃນພາກພື້ນ ແລະສາກົນເພື່ອມີບັນດາການປະກອບສ່ວນທີ່ມີປະສິດທິຜົນຫຼາຍກວ່າອີກເຂົ້າໃນວິວັດການສ້າງປະຊາຄົມອາຊຽນ ໃຫ້ມີສັນຕິພາບ, ສະຖຽນລະພາບ, ວັດທະນາຖາວອນ, ມຸ່ງໄປເຖິງປະຊາຊົນ ແລະຖືເອົາປະຊາຊົນເປັນໃຈກາງ.

ບັນດາປະເທດໃຫ້ຄໍາໝັ້ນສັນຍາສືບຕໍ່ສະໜັບສະໜູນບົດບາດໃຈກາງຂອງອາຊຽນ

ເນື້ອໃນໃນສານເນື່ອງໃນໂອກາດສະເຫຼີມສະຫຼອງ 52 ປີແຫ່ງວັນສ້າງຕັ້ງອາຊຽນ, ທ່ານ U Win Myint ປະທານາທິບໍດີມຽນມາ ໄດ້ເນັ້ນໜັກວ່າ, ນັບແຕ່ເມື່ອໄດ້ຮັບການສ້າງຕັ້ງໃນວັນທີ 8 ສິງຫາ 1967, ອາຊຽນ ໄດ້ພັດທະນາກາຍເປັນອົງການຈັດຕັ້ງໜຶ່ງໃນພາກພື້ນໂດຍອີງໃສ່ກົດໝາຍ, ກາຍເປັນປະຊາຄົມທີ່ມີ “ຄວາມສະໜິດຕິດພັນດ້ານການເມືອງ, ຮ່ວມສຳພັນດ້ານເສດຖະກິດ, ແບ່ງປັນຄວາມຮັບຜິດຊອບທາງສັງຄົມ, ມຸ່ງໄປເຖິງປະຊາຊົນ, ຖືເອົາປະຊາຊົນເປັນໃຈກາງ”. ທ່ານ U Win Myint ປະທານາທິບໍດີມຽນມາ ຢັ້ງຢືນຄືນໃໝ່ຄໍາໝັ້ນສັນຍາຂອງລັດຖະບານມຽນມາ ປະກອບສ່ວນເຂົ້າໃນບັນດາຄວາມມານະພະຍາຍາມສ້າງປະຊາຄົມອາຊຽນ, ຮຽກຮ້ອງຊາວມຽນມາ ຮ່ວມແຮງຮ່ວມໃຈຊຸກຍູ້ສັນຕິພາບ, ຄວາມກ້າວໜ້າ ແລະວັດທະນາຖາວອນໃຫ້ປະຊາຊົນທັງໝົດທີ່ຢູ່ໃນພາກພື້ນ ແລະໂລກ.

ໃນຂະນະນັ້ນ, ຕາງໜ້າລັດຖະບານອາເມລິກາ, ທ່ານ Michael R.Pompeo ລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ ໄດ້ອວຍພອນ 10 ປະເທດສະມາຊິກອາຊຽນ ແລະຄະນະເລຂາອາຊຽນ ເນື່ອງໃນໂອກາດສະເຫຼີມສະຫຼອງ 52 ປີແຫ່ງວັນສ້າງຕັ້ງອາຊຽນ. ທ່ານ Michael R.Pompeo ໄດ້ເນັ້ນໜັກວ່າ, ໃນຕະຫຼອດ 52 ປີຜ່ານມາ, ອາຊຽນ ໄດ້ມີການປະກອບສ່ວນເຂົ້າໃນການສ້າງພາກພື້ນຢ່າງມີສະຖຽນລະພາບ, ວັດທະນາຖາວອນ ແລະສັນຕິພາບກວ່າອີກ. ຢັ້ງຢືນວ່າອາເມລິກາ ໃຫ້ຄໍາໝັ້ນສັນຍາວ່າຈະສືບຕໍ່ສະໜັບສະໜູນບົດບາດໃຈກາງຂອງອາຊຽນ ໃນພາກພື້ນ, ທ່ານ Michael R.Pompeo ໃຫ້ຮູ້ວ່າ ວໍຊິງຕັນ ປາດຖະໜາຢາກສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມືກັບອາຊຽນ ໃນຊຸມປີຕໍ່ໄປ.

ໂດຍ: ຈາງຫງວຽນ