ຕອນເຊົ້າວັນທີ 7 ສິງຫາ, ທີ່ສໍານັກງານປະທານປະເທດ, ທ່ານ Tanee Sangrat, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງລາຊະອານາຈັກໄທ; ທ່ານ Saud F.M. Alsuwelim, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງລາຊະອານາຈັກອາຣັບບີ ຊາອູດິດ; ທ່ານ Rodriguez Melo, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງລາຊະອານາຈັກໂກໂລມບີ; ທ່ານ Yerlan Baizhanov,  ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງສາທາລະນະລັດ ກາຢັກສະຖານ; ທ່ານນາງ Robyn Louise Mudie, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງອົດສະຕາລີ; ທ່ານ Vahram Kazhoyan, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງອາກເມນີ; ທ່ານ Jamale Chouaibi, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງລາຊະອານາຈັກມາຣົກ; ທ່ານ Pranay Kumar Verma, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງສາທາລະນະລັດອິນເດຍ; ທ່ານ Guido Hildner, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງສະຫະພັນເຢຍລະມັນ; ທ່ານນາງ Shariffah Norhana Syed Mustaffa, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງມາເລເຊຍ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ.

leftcenterrightdel
ທ່ານ Tanee Sangrat, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງລາຊະອານາຈັກໄທ ປະຈໍາຫວຽດນາມ ຍື່ນສານຕາຕັ້ງຕໍ່ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ພາຍຫຼັງພິທີຍື່ນສານຕາຕັ້ງ, ທ່ານ ຫງວຽນຝູຈ້ອງ ໄດ້ໃຫ້ການຕ້ອນຮັບບັນດາເອກອັກຄະລັດຖະທູດ. ເນື່ອງໃນໂອກາດນີ້, ທ່ານ ຫງວຽນຝູຈ້ອງ ສະແດງຄວາມຂອບໃຈຕໍ່ການຮ່ວມມື, ການສະໜັບສະໜູນຈາກປະເທດຕ່າງໆເຊິ່ງບັນດາທ່ານເອກອັກຄະລັດຖະທູດເປັນຜູ້ຕາງໜ້າທີ່ໄດ້ຊ່ວຍຫວຽດນາມ ປະຕິບັດສໍາເລັດໜ້າທີ່ຂອງຕົນສໍາລັບພາກພື້ນ ແລະໂລກ; ຫວັງວ່າໃນອາຍຸການປະຕິບັດງານຂອງຕົນ, ບັນດາເອກອັກຄະລັດຖະທູດຈະສືບຕໍ່ໜູນຊ່ວຍ, ຊ່ວຍເຫຼືອຫວຽດນາມ, ປະຕິບັດບົດບາດເປັນ “ຂົວເຊື່ອມຕໍ່” ມິດຕະພາບ ແລະການຮ່ວມມື, ຊຸກຍູ້ການພົວພັນລະຫວ່າງຫວຽດນາມ ກັບບັນດາປະເທດ ແລະເພື່ອນມິດສາກົນໃຫ້ນັບມື້ນັບພັດທະນາຢ່າງຈົບງາມ.

ໂດຍ: ທູຈາງ